ເຂດສ່ຽງໃໝ່ໃນນະຄອນຫຼວງວຽງຈັນ ແລະ ລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນມື້ນີ້ 406 ຄົນ

619

ສະຖານະການໂຄວິດ 19 ປະຈໍາວັນທີ 24 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ທັງໝົດ 434 ຄົນ, ນໍາເຂົ້າ 28 ຄົນ, ຊຸມຊົນ 406 ຄົນ ໃນນນັ້ນນະຄອນຫຼວງວຽງຈັນຫຼາຍກວ່າໝູ່ 229 ຄົນ ແລະ ຮອງລົງມາແມ່ນແຂວງຄໍາມ່ວນ 69 ຄົນ

ໂດຍມີລາຍລະອຽດຕາມນີ້ ຜູ້ຕິດເຊື້ອໃນຊຸມຊົນ
1 ນະຄອນຫຼວງວຽງຈັນ 229 ຄົນພະນັກງານບໍລິສັດ Trio 141 ຄົນ; ພະນັກງານບໍລິສັດ Venture 51 ຄົນ; ບໍລິສັດ DKSH 7 ຄົນ ພະນັກງານ 5 ຄົນ ແລະ ຄອບຄົວພະນັກງານ 2 ຄົນ (ເຮັດວຽກໂຮງງານດຽບວູ 1 ຄົນ)
ພະນັກງານໄອຍະການ ພ້ອມຄອບຄົວ 3 ຄົນ, ທະຫານຕຳຫຼວດ 2 ຄົນ, ບໍລິສັດໄອນິວ 1 ຄົນ, ບໍລິສັດໂນວາອາໄຫຼ 1 ຄົນ, ຕະຫຼາດທ່າງອນ 6 ຄົນ, ຕະຫຼາດອົດຊີ 2 ຄົນ (1 ຄົນ ແມ່ຄ້າ ແລະ 1 ຄົນ ແມ່ນໄປຂາຍເລກນຳແມ່)
ບໍລິສັດເມືອງວັງ 2 ຄົນ (ຄອບຄົວດຽວກັນ), ເຫຼືອນັ້ນ ທີມງານກຳລັງເກັບກຳລາຍລະອຽດຂໍ້ມູນຕື່ມ 9 ຄົນ

2 ຄຳມ່ວນ 69 ຄົນ: ຊື່ງມາຈາກບໍລິສັດຄາຍຢວນ 64 ຄົນ ຄື
ທ່າແຂກ 46 ຄົນ, ນາກາຍ 1 ຄົນ, ມະຫາໄຊ 4 ຄົນ, ເຊບັ້ງໄຟ 2 ຄົນ, ໄຊບົວທອງ 4 ຄົນ ແລະ ຍົມມະລາດ 12 ຄົນ
3 ແຂວງວຽງຈັນ 49 ຄົນ ເມືອງ ໂພນໂຮງ (ບ້ານ ໂພນຫໍ, ໂພນງາມ, ໂພນແກ້ວ, ນາຊູ), ເມືອງໝື່ນ 10 ຄົນ ກ່ຽວຂ້ອງກັບ ເຮືອນດີ
4 ຈໍາປາສັກ 28 ຄົນ ເມືອງ ບາຈຽງ 14 ຄົນ (ນິຄົມ ສວນຢາງ ບ້ານໜອງກອກ ແລະ ນິຄົມ ດາກລັກ ບ້ານໜອງນ້ຳຂາວ), ເມືອງປະທຸມພອນ 01 ຄົນ (ບ້ານໜອງເພາະ)
ນະຄອນປາກເຊ 12 ຄົນ (ຫ້ວຍຍາງຄຳໃຕ້, ສາງນັ້ນມັນ, ໂຊກອຳນວຍທົ່ງ, ໂນນດູ່, ພະບາດ ແລະ ໂນນສະຫວ່າງ)

5 ຫຼວງພະບາງ 12 ຄົນ ຈາກ ບ້ານໂພນໄຊ, ເມືອງນານ
6 ບໍ່ແກ້ວ 6 ຄົນ ຈາກ ເຂດເສດຖະກິດ ພິເສດ 04 ຄົນ, ບ້ານຄ້ວານ, ເມືອງ ຕົ້ນເຜີ້ງ 02 ຄົນ
7 ສະຫວັນນະເຂດ 3 ຄົນ ຜູ້ທີ 1 ນັກສຶກສາແພດ, ບ້ານດົງດໍາດວນ, ນະຄອນໄກສອນ
ຜູ້ທີ 2 ອາຊີບ ຊິບປີ້ງ, ບ້ານເຊໂນ, ເມືອງອຸທຸມພອນ, ຜູ້ທີ 3 ເຈົ້າໜ້າທີ່ ປກສ ເມືອງອຸທຸມພອນ ຢູ່ບ້ານວົງພັນສີ

8 ອັດຕະປື 4 ຄົນ ເມືອງ ສາມັກຄີໄຊ 03 ຄົນ (ບ້ານ ສາມັກຄີໄຊ, ບ້ານ ເຊຂະໜາມ ແລະ ບ້ານ ໂພນສະຫວ່າງ), ບ້ານ ໄຊສີ, ເມືອງ ໄຊເສດຖາ 01 ຄົນ
9 ສາລະວັນ 3 ຄົນ ບ້ານໂພນແກ້ວ, ເມືອງສາລະວັນ 02 ຄົນ (1 ຄົນ ເປັນພະນັກງານແພດ ເຮັດວຽກ ຢູ່ພະແນກກາຍະບໍາບັດຂອງໂຮງໝໍແຂວງສາລະວັນ), ອີກ 01 ແມ່ນ ພະນັກງານ ການຄ້າເມືອງສາລະວັນ (ສາມີ-ພັນລະຍາ)
10 ຫລວງນໍ້າທາ 2 ຄົນ (ເປັນຄົນຈີນທັງໝົດ)
11 ອຸດົມໄຊ 1 ຄົນ

ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ: ໂຮງງານ ອານປີ, ບ້ານ ໜອງທາເໜືອ, ເມືອງຈັນທະບູລີ; ໂຮງງານ ທຣີໂອ, ບ້ານ ສີເກີດ, ເມືອງ ນາຊາຍທອງ
ໂຮງງານເວັນເຈີ, ບ້ານ ສີວິໄລ, ເມືອງ ໄຊທານີ; ຕະຫຼາດ ທ່າງ່ອນ; ໂຮງງານນໍ້າດື່ມ ຄຣິດສະຕອນ; ບໍລິສັດ ເມືອງວັງ; ບໍລິສັດ DKSH; ຕະຫຼາດອົດຊີ