ແມນເຊັສເຕີ ຢູໄນເຕັດ ມີຍອດຈ່າຍເງິນຄ່າເມື່ອຍນັກເຕະເພີ່ມ 65 ລ້ານປອນ ຫຼັງຄວ້າ 3 ນັກເຕະໃໝ່

424

ແມນເຊັສເຕີ ຢູໄນເຕັດ ຕ້ອງຈ່າຍຄ່າເມື່ອຍນັກເຕະເພີ່ມຂຶ້ນເຖິງ 65 ລ້ານປອນ ຫຼັງຈາກທີ່ຄວ້າ ຄຣິສເຕຍໂນ ໂຣນັລໂດ, ຣາຟາເອລ ວາຣານ ແລະ ຈາດອນ ຊານໂຊ ຕາມການເປີດເຜີຍຂອງ ເດິ ຊັນ ສື່ຊັ້ນນໍາໃນປະເທດອັງກິດ.

ກ່ອນໜ້ານີ້ ແມນເຊັສເຕີ ຢູໄນເຕັດ ມີຍອດຈ່າຍຄ່າເມື່ອຍນັກເຕະຢູ່ທີ 322 ລ້ານປອນ ແຕ່ການເຊັນສັນກັບ 3 ນັກເຕະໃໝ່ກໍຄື ໂຣນັລໂດ, ວານຣານ ແລະ ຊານໂຊ ເຮັດໃຫ້ແມນເຊັສເຕີ ຢູໄນເຕັດ ຕ້ອງຈ້າຍເພີິ່ມເປັນ 387 ລ້ານປອນ.

ໃນນັ້ນ ໂຣນັລໂດ ໄດ້ຮັບຄ່າເມື່ອຍສູງສຸດ 480.000 ປອນຕໍ່ອາທິດ, ສ່ວນ ຊານໂຊ ໄດ້ຮັບໄປ 250.000 ປອນຕໍ່ອາທິດ ແລະ ວານຣານ ໄດ້ຮັບ 340.000 ປອນຕໍ່ອາທິດ.