ພົບຜູ້ຕິດເຊື້ອໂຄວິດໃໝ່ທັງໝົດ 434 ຄົນ, ຊຸມຊົນ 406 ຄົນ ໃນນັ້ນນະຕອນຫຼວງວຽງຈັນຍັງຫຼາຍກວ່າໝູ່

1073

ສະຖານະການໂຄວິດ 19 ປະຈໍາວັນທີ 24 ກັນຍາ 2021 ພົບຜູ້ຕິດເຊື້ອໂຄວິດໃໝ່ທັງໝົດ 434 ຄົນ, ນໍາເຂົ້າ 28 ຄົນ, ຊຸມຊນ 406 ຄົນ ໃນນນັ້ນນະຄອນຫຼວງວຽງຈັນຫຼາຍກວ່າໝູ່ 229 ຄົນ ແລະ ຮອງລົງມາແມ່ນແຂວງຄໍາມ່ວນ 69 ຄົນ

ທ່ານນາງ ດຣ ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດຂອງເຊື້ອໂຄວິດ 19 ວ່າ
ມາຮອດວັນທີ 24 ກັນຍາ 2021 ເຮົາໄດ້ກວດວິເຄາະຫາເຊື້ອທັງໝົດ 5.965 ຄົນ ພົບຜູ້ຕິດເຊື້ອໂຄວິດ 19 434 ຄົນ, ກໍລະນີນໍາເຂົ້າ ມີ 28 ຄົນ ຈາກ ແຂວງ ສາລະວັນ 10 ຄົນ, ສະຫວັນນະເຂດ 10 ຄົນ, ຈໍາປາສັກ 6 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 406 ຄົນ ໃນນະຄອນຫຼວງວຽງຈັນ 229 ຄົນ, ຄຳມ່ວນ 69 ຄົນ, ແຂວງວຽງຈັນ 49 ຄົນ, ຈໍາປາສັກ 28 ຄົນ, ຫຼວງພະບາງ 12 ຄົນ, ບໍ່ແກ້ວ 6 ຄົນ, ສະຫວັນນະເຂດ 3 ຄົນ, ອັດຕະປື 4 ຄົນ, ສາລະວັນ 3 ຄົນ, ຫລວງນໍ້າທາ 2 ຄົນ (ເປັນຄົນຈີນທັງໝົດ) ແລະ ອຸດົມໄຊ 1 ຄົນ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 21.080 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.508 ຄົນ.

ເຂດສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ: ໂຮງງານ ອານປີ, ບ້ານ ໜອງທາເໜືອ, ເມືອງຈັນທະບູລີ; ໂຮງງານ ທຣີໂອ, ບ້ານ ສີເກີດ, ເມືອງ ນາຊາຍທອງ
ໂຮງງານເວັນເຈີ, ບ້ານ ສີວິໄລ, ເມືອງ ໄຊທານີ; ຕະຫຼາດ ທ່າງ່ອນ; ໂຮງງານນໍ້າດື່ມ ຄຣິດສະຕອນ; ບໍລິສັດ ເມືອງວັງ; ບໍລິສັດ DKSH; ຕະຫຼາດອົດຊີ

ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 11 ບ້ານ ໃນ 5ເມືອງ
ເມືອງໄຊທານີ ບ້ານ ນາທົ່ມ ແລະ ສົມສະຫວັນ
ເມືອງ ໄຊເຊດຖດ ບ້ານ ທາດຫຼວງໃຕ້
ເມືອງ ຫາດຊາຍຟອງ ບ້ານ ສິມມະໂນ
ເມືອງ ສີໂຄດຕະບອງ ບ້ານ ໜອງບົວທອງເໜືອ ແລະ ນາເລົ່າ
ເມືອງ ນາຊາຍທອງ ນາຊາຍທອງເໜືອ, ປັກແຮດ, ອີໄລເໜືອ, ດົງຫຼວງ, ແລະ ນາຄູນ