ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແຈ້ງກະກຽມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ ໃນໄລຍະ 24-26 ກັນຍາ

466

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ອອກແຈ້ງການ ເລກທີ 105/ຄພສ ລົງວັນທີ 23 ກັນຍາ 2021 ເລື່ອງກຽມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃນໄລຍະວັນທີ 24-26 ກັນຍາ 2021 ເພື່ອກະກຽມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ ຈຳກັດຜົນກະທົບທີ່ຮ້າຍແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ.

ປະທານກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແຈ້ງວ່າ: ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ໄດ້ພັດຜ່ານເຂດພາກໃຕ້ ຂອງ ສປປ ລາວ ປ່ອງໃສ່ຄວາມກົດດັນອາກາດຕໍ່າ ທີ່ປົກຄຸມຢູ່ທະເລຈີນໃຕ້ຕອນກາງດ້ວຍກຳລັງແຮງ ຄາດວ່າຈະເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນ ແລະ ຈະເດືອນຜ່ານພາກກາງ ຫາ ພາກໃຕ້ຂອງປະເທດລາວ ໃນວັນທີ 24-25 ກັນຍາ 2021 ເຊິ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ດັ່ງນີ້:


ໄລຍະວັນທີ 23-25 ກັນຍາ 2021 ຈະມີຝົນຕົກໜັກ ຫາ ໜັກຫຼາຍ ແລະ ລົມພັດແຮງ ໃນບາງທ້ອງຖິ່ນ ຢູ່ເຂດພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈໍາປາສັກ, ສາລະວັນ, ເຊກອງ ແລະ ສະຫວັນນະເຂດ ເຊິ່ງຈະເຮັດໃຫ້ເກີດມີ ຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມປົ່ງ ຢູ່ບາງທ້ອງຖິ່ນ.


ໄລຍະວັນທີ 24-26 ກັນຍາ 2021 ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ເຊັ່ນ: ແຂວງ ສະຫວັນນະຂດ, ຄຳມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ເຊິ່ງຈະເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນ, ນ້ຳຖ້ວມສູ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ. ສະນັ້ນ, ໃນນາມປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈຶ່ງແຈ້ງມາຍັງຄະນະກາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ນະຄອນຫຼວງວຽງຈັນ ເພື່ອກຽມພ້ອມຮັບມື້ດັ່ງນີ້: 1. ໃຫ້ຕິດຕາມ ສະພາບການປ່ຽນແປງຂອງດິນຟ້າອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ, ພ້ອມທັງແຈ້ງໃຫ້ອົງການປົກຄອງທ້ອງຖິ່ນຂອງຕົ້ນ ກະກຽມຄວາມພ້ອມຮັບມື ແລະ ຕອບໂຕ້ສຸກເສີນກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນລະຫວ່າງ ວັນທີ 24-26 ກັນຍານີ້.


2. ແຕ່ງຕັ້ງຄະນະລົງຕິດຕາມລະດັບນ້ຳ ຕາມແຄມແມ່ນ້ຳຕ່າງໆ ຢ່າງໃກ້ຊິດ, ມີສະຕິລະວັງຕົວຕໍ່ສະພາບເຫດການດິນເຈື່ອນ, ນໍ້າຖ້ວມຊູ, ນ້ຳຖ້ວມຢີ່ງ ແລະ ລົມພັດແຮງ ທີ່ອາດຈະເກີດຂຶ້ນ ພ້ອມທັງກຽມພ້ອມດ້ານພາຫະນະ, ອຸປະກອນ, ສະຖານທີ່ບ່ອນຫຼົບໄພຊົ່ວຄາວ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນຮັບຮອງໃນກໍລະນີສຸກເສີນ.


3. ໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫົງບ ກະກຽມທາງດ້ານກຳລັງພົນ, ພາຫະນະ ແລະ ອຸປະກອນຕ່າງໆ ເພື່ອກຽມພ້ອມໃຫ້ການກອບກູ້ ແລະ ຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ໃນກໍລະນີມີເຫຕການສຸກເສີນ ໃຫ້ທັນສະພາບການ.
4. ປະກາດ, ແຈ້ງເຕືອນ ພໍ່ແມ່ປະຊາຊົນ ໃຫ້ຮັບຊາບຂໍ້ມູນຂ່າວສານ ແລະ ມີສະຕິລະວັງຕົວ, ກຽມພ້ອມຍົກຍ້າຍຜູ້ທີ່ມີຄວາມສ່ຽງ, ເກັບມ້ຽນສິ່ງຂອງທີ່ມີຄ່າ, ກຽມຍົກຍ້າຍສັດລ້ຽງ, ເພື່ອປ້ອງກັນ ແລະ ຮັບມືກັບເຫດການໄພພິບັດທີ່ອາດເກີດຂຶ້ນໃຫ້ທັນເວລາ.