ສະຫະພັນຊີເກມສ໌ ຈີ້ໃຫ້ ຫວຽດນາມ ກໍານົດວັນແຂ່ງຊີເກມ,ປີໜ້າເກີດຂຶ້ນຢາກເພາະມີ 3 ລາຍການໃຫຍ່

422

ສະຫະພັນກີລາຊີເກມສ໌ ຈີ້ໃຫ້ ຫວຽດນາມ ກໍານົດວັນແຂ່ງຂັນ ງານມະຫະກໍາກີລາຊີເກມ ຄັ້ງທີ 31 ໃຫ້ໄດ້ໂດຍໄວພາຍໃນເດືອນຕຸລານີ້ ເພື່ອໃຫ້ຊາດອື່ນສາມາດເດີນໜ້າກຽມແຜນໃນການເກັບຕົວ ແລະ ກຽມນັກກີລາໄດ້ ຫຼັງຈາກທີ່ມີກໍານົດກ່ອນໜ້ານີ້ແມ່ນ 21 ພະຈິກ – 2 ທັນວາ 2021 ທີ່ນະຄອນຫຼວງຮາໂນ້ຍ ຖືກເລື່ອນອອກໄປເນື່ອງຈາກສະຖານະການການແຜ່ລະບາດຂອງໂຄວິດ-19.

ແຕ່ຫຼ້າສຸດ ທ່ານ ອັບຣາຮໍາ ຕໍເລນຕິໂນ ປະທານໂອແລມປິກ ຟິລິບປິນສ໌ ອອກມາເປີດເຜີຍວ່າ: ເປັນເລື່ອງຍາກທີ່ການແຂ່ງຂັນຊີເກມ ຄັ້ງທີ 31 ຈະເດີນໜ້າຈັດການແຂ່ງຂັນຕໍ່ໄປໃນປີ 2022 ເນື່ອງຈາກຍັງເຖິງ 3 ລາຍການໃຫຍ່ເຊັ່ນ ເອຊຽນເກມສ໌ ທີ່ຫາງໂຈວ, ເອຊຽນອິນດໍແອນມາເຊຍອາດເກມ ທີ່ປະເທດໄທ ແລະ ໂອແລມປິກ ລະດູໜາວທີ່ ສ.ປ ຈີນ ເຮັດໃຫ້ ຫວຽດນາມ ເຫຼືອເວລາໃນການຈັດບໍ່ຫຼາຍຕ້ອງເລັ່ງຕັດສິນໃຈ.

ຂະນະທີ່ ກໍາປູເຈຍ ກໍຢືນຢັນພ້ອມຈັດການແຂ່ງຂັນຊີເກມ ຄັ້ງທີ 32 ໃນປີ 2023 ເຮັດໃຫ້ ຫວຽດນາມ ເຫຼືອກໍານົດວັນແຂ່ງຂັນຊີເກມ ໃໝ່ໃນໄລຍະລະຫວ່າງເດືອນພຶດສະພາ 2022 ເທົ່ານັ້ນ.
ສໍາລັບ ການແຂ່ງຂັນຊີເກມ ຄັ້ງທີ 31 ຫວຽດນາມ ປະກາດແຂ່ງຂັນທັງໝົດ 40 ປະເພດກີລາ ແລະ ຊີງໄຊ 520 ຫຼຽນຄໍາ ເຊິ່ງໄດ້ຮັບຜົນກະທົບຈາກ ໂຄວິດ-19 ເຮັດໃຫ້ມົນຕີຊີເກມສ໌ 10 ປະເທດຕົກລົງເລື່ອນການແຂ່ງຂັໄປໄປປີ 2022 ແທນ.