ລິນຄໍາ ຄຼີນຍາເຍີ ຫມາຍເລກ003 ສາວງາມຜູ້ມາພ້ອມຄວາມຝັນ ຄືການເປັນຕົວແທນແມ່ຍິງລາວໃນເວທີສາກົນ

1434

ບໍ່ທໍາມະດາເລີຍ ສໍາລັບປະສົບການຜ່ານມາຂອງສາວຄົນນີ້ ເຮົາມາທໍາຄວາມຮູ້ຈັກກັບສາວຄົນນີ້ໃຫ້ຫລາຍຂຶ້ນໂດຍຜ່ານບົດສໍາພາດນີ້ນໍາກັນ ແນະນໍາຮູ້ຈັກ ລິນຄຳ ຄຼີນຍາເຍີ ຜູ້ເຂົ້າປະກວດ Miss Universe Laos 2021 ຫມາຍເລກ003 ຈາກແຂວງອຸດົມໄຊ ປະຈຸບັນກຳລັງກຽມພາສາຈີນເພື່ອໄປສຶກສາຕໍ່ທີ່ ສປ ຈີນ ຄະນະອັກສອນສາດພາສາຈີນ ລະດັບປະລີນຍາຕີ.

ຜົນງານການປະກວດເວທີທີ່ຜ່ານມາ  ໃນປີ 2018 ນ້ອງໄດ້ເຂົ້າຮ່ວມປະກວດນາງສາວລາວ ຊຶ່ງວ່ານ້ອງເອງເປັນຕົວແທນຂອງ ແຂວງອຸດົມໄຊ ສົ່ງເຂົ້າປະກວດແມ່ນຕິດ Top 40  ແລະ ໃນປີຕໍ່ມາ 2019 ນ້ອງໄດ້ເຂົ້າປະກວດນາງສາວກຶມມຸແຂວງອຸດົມໄຊ ແມ່ນໄດ້ຮັບລາງວັນຊະນະເລີດ, ເປັນຕົວແທນນາງສາວກຶມມຸແຂວງອຸດົມໄຊປີ2019. ເວົ້າເຖິງຄວາມໄຝ່ຝັນຂອງນ້ອງກັບເວທີນີ້ ນ້ອງເອງກໍ່ເປັນຄົນຫນຶ່ງທີ່ຢາກເປັນ ຕົວແທນສາວລາວ ໃນມິສຢູນິເວິສ ເວທີລະດັບຈັກກະວານ ເພາະນ້ອງຢາກສະແດງຄວາມຮູ້ຄວາມສາມາດ ແລະ ຄວາມເປັນເອກກະລັກຂອງຕົນເອງ ໃນແບບສາວກຶມມຸ ໄປສູ່ສາຍຕາຂອງໃຜຫຼາຍໆຄົນ ພ້ອມທັງ ຢາກໃຫ້ຊາວໂລກຮັບຮູ້ວ່າແມ່ຍິງລາວມີຄວາມຮູ້ຄວາມສາມາດ, ພ້ອມເຜີຍແຜ່ວັດທະນະທຳທີ່ມີເອກກະລັກ ສູ່ສາຍຕາຄົນທັງໂລກ ເທີງເວທີຈັກກະວານ ແລະ ຄວາມຝັນການເຮັດວຽກໃນວົງການບັນເທິງກໍຄືການຢາກເປັນນາງແບບ, ນັກສະແດງ ແລະ ພິທິກອນພາສາກຶມມຸ.

ຄະຕິປະຈຳໃຈຂອງນ້ອງແມ່ນ ‘’ ກ້າວໄປທາງຫນ້າ ແລະ ເຮັດທຸກບາດກ້າວໃຫ້ດີທີ່ສຸດ’’  ຖ້າຖາມວ່າຍ້ອນຫຍັງນ້ອງຈຶ່ງເລືອກເວທີນີ້ ສຳລັບນ້ອງເອງໂອກາດຄືສິ່ງທີ່ມີຄ່າ ເມື່ອໄດ້ໂອກາດນັ້ນນ້ອງຈະເຮັດໃຫ້ດີທີ່ສຸດເພາະວ່ານ້ອງແນມເຫັນໂອກາດຂອງຕົນເອງ ແລະ ເວທີ Miss Universe Laos ກໍເປີດໂອກາດໃຫ້ສາວລາວທຸກຄົນ ນ້ອງຄິດວ່າໂອກາດມາຮອດແລ້ວນ້ອງກໍຈະເດີນຕາມຄວາມຝັນຢ່າງເຕັມທີ່ ແລະ ຄວ້າຄວາມສໍາເລັດມາໃຫ້ໄດ້.

ຖ້ານ້ອງສາມາດຜ່ານເຂົ້າຮອບເລິກໆໄດ້ ຢາກຈະສະແດງທັດສະນະຄະຕິຂອງນ້ອງ ພ້ອມກັບໂຄງການ ການສຶກສາໃຫ້ໂອກາດກັບເດັກນ້ອຍຊົນເຜົ່າໃນເຂດຊົນນະບົດ ພ້ອມຂັບລຳກຶມມຸ ຫຼື ວ່າເຕີມ, ເຈີມ ເພາະມັນເປັນສິ່ງທີ່ບົ່ງບອກໂຕຕົນຂອງນ້ອງໄດ້ເປັນຢ່າງດີ.

ສໍາລັບຈຸດເດັ່ນ ນ້ອງຄິດວ່າທຸກຄົນມີຈຸດເດັ່ນເປັນຂອງຕົນເອງ ແລະ ນ້ອງກໍມີເຊັ່ນກັນ ຈຸດເດັ່ນຂອງນ້ອງຄືຮອຍຍິ້ມ, ການເປັນໂຕຕົນຂອງນ້ອງເອງ ແລະ ຄວາມຈິງໃຈຂອງສາວກຶມມຸນີ້ເອງ.

ໃນການປະກວດຄັ້ງນີ້ ນ້ອງໄດ້ກຽມຕົວໃນການຕອບຄຳຖາມ ແລະ ດ້ານຕ່າງໆ, ການເດີນ, ການຕອບຄຳຖາມຢ່າງມີໄຫວພິບ ແລະ ຫຼາຍໆຢ່າງໃນໂຕນ້ອງທີ່ຄິດວ່າຍັງຂາດ ກໍ່ຈະເຕີມແຕ່ງ ແລະ ຝຶກຝົນຕົນເອງໄປເລື່ອຍໆ ນ້ອງກໍ່ໄດ້ຝຶກຕາມ ນາງງາມລຸ້ນເອື້ອຍຂອງ Miss Universe ທີ່ຜ່ານມາບໍ່ວ່າຈະເປັນການຍ່າງການວາງໂຕ ແລະ ຄວາມເປັນຕົວຂອງຕົວເອງ.

ຖ້ານ້ອງໄດ້ຕຳແຫນ່ງນ້ອງຢາກປະກອບສ່ວນເຂົ້າໃນສັງຄົມ ນ້ອງຈະເຮັດໜ້າທີ່ຂອງທາງກອງຢ່າງເຕັມທີ່ , ສານຝັນໃນໂຄງການການສຶກສາຂອງເດັກນ້ອຍຊົນເຜົ່າໃນເຂດຊົນນະບົດ ແລະ ຢາກຈະສະແດງຈຸດຍືນຂອງແມ່ຍິງລາວ ເພາະນ້ອງຍັງເຫັນປາກົດການນີ້ໃນສັງຄົມ ຄືການບູລີຜູ້ຍິງຊົນເຜົ່າ ເພາະນ້ອງພົບບັນຫານີ້ກັບໂຕນ້ອງເອງ ນ້ອງຄິດວ່າມັນເປັນສິ່ງທີ່ບໍ່ຄວນເກີດ ແລະ ນ້ອງບໍ່ຍາກໃຫ້ມັນເກີດ ເພາະຄຳເວົ້າພຽງເລັກນ້ອຍກໍ່ສາມາດສ້າງຮອຍຍິ້ມ ແລະ ຄວາມສຸກຄວາມຫມັ້ນໃຈຂອງແມ່ຍິງຊົນເຜົ່າໄປໄດ້.

ຜ່ານມານ້ອງຍັງບໍ່ເຄີຍໄດ້ຮ່ວມວົງການບັນເທິງລາວເທື່ອຖ້າມີໂອກາດນ້ອງກໍຈະຮັບ ແລະເຮັດໃຫ້ດີທີ່ສຸດ ຝາກທຸກຄົນຊ່ວຍສະຫນັບສະຫນູນ ແລະ ເປັນກໍາລັງໃຈ ຫມາຍເລກ ຫມາຍເລກ03 ແດ່ເດີ້ ເຟສບຸກ N`Linkham Ssll.

ຮູບ: N`Linkham Ssll.