ໄວພຽງ 10 ປີ, ຂາຍດີ-ເວົ້າເກັ່ງ ໂດ່ງດັງຂ້າມຝັ່ງຂອງຈາກການໄລສົດຂາຍອອນລາຍ ແມ່ຄ້ານ້ອຍຮ້ອຍລີລາ ນ້ອງ ແຊນດີ້

1422

ນັບວ່າກໍາລັງເປັນກະແສ ສໍາລັບນ້ອງຄົນນີ້ ທີ່ມີສາຍາວ່າ ແມ່ຄ້ານ້ອຍ ຫຼື ແມ່ຄ້ານ້ອຍຮ້ອຍລີລາ ສາວນ້ອຍຄົນໜຶ່ງທີ່ໂດ່ງດັງຂ້າມຄືນ ແລະ ຂ້າມຝັ່ງແມ່ນໍ້າຂອງເລີຍກໍວ່າໄດ້

ນັ້ນຄື ນ້ອງ ແຊນດີ້ ຫຼື ແມ່ຄ້ານ້ອຍຮ້ອຍລາຍຸພຽງ 10 ປີ ແຕ່ວ່າມີວາທະສິນ, ສິນລະປະການເວົ້າທີ່ຜູ້ໃຫຍ່ບາງຄົນຕ້ອງຍອມໃຫ້ ບໍ່ວ່າຈະເປັນທັກສະການເອີ້ນລູກຄ້າ, ໂອ້ລົມກັບລູກຄ້າ ບວກກັບລີລາທ່າທາງການເຕັ້ນທີ່ເປັນຫົວໃຈສໍາຄັນຂອງການຄ້າຂາຍ ໂດຍສະເພາະໃນໂຊຊ້ຽວທີ່ຄົນເບິ່ງໄປເບິ່ງມາເຜີກົດສັ່ງຕອນໃດກໍບໍ່ຮູ້

ຫຼັງຈາກທີ່ປະເທດເພື່ອນບ້ານ (ໄທ) ໄດ້ນໍາຄຣິບຂອງນ້ອງໄປລົງເພກ ຜູ້ຄົນຕ່າງສົນໃຈ ແລະ ຍ້ອງຍໍ ຈົນກາຍເປັນກະແສດັງທີ່ຕອນນີ້ໃຜກໍສົນໃຈ ແລະ ຕິດຕາມ ບວກກັບງານທີ່ເຂົ້າມາຫານ້ອງແບບເຕັມໜ້າເຈ້ຍເລີຍ

ໂດຍນ້ອງ ແຊນດີ້ ໄດ້ບອກວ່ຈຸດເລີ່ມຕົ້ນຂອງການຄ້າຂາຍ, ຂາຍອອນລາຍນີ້ເປັນຄວາມມັກຮັກມາແຕ່ນ້ອຍໆກວ່ານີ້ແລ້ວ ໂດຍມີ ພິມລີພາຍນັກລີວິວ, ຄົນດັງ, ເນັດໄອດໍ້ໄທ ເປັນແບບ ຫຼື ໄອດໍຂອງນ້ອງ ນ້ອງຈຶ່ງເຝິກ ແລະ ເຮັດຕາມ ຢາກເກັ່ງຄືເອື້ອຍເພິ່ນ ໂດຍໄດ້ເລີ່ມມາໄລສົດຂາຍຈິງຈັງຫວ່າງບໍ່ດົນມານີ້ ທາງເພກ ຮ້ານແມ່ຄ້ານ້ອຍຮ້ອຍລີລາ By P&L Shop ເປັນເພກທີ່ນ້ອງໄລສົດ ແລະ ຂາຍສິນຄ້າຢູ່ໃນຊ່ອງນີ້

ໂດຍນ້າບ່າວຂອງນ້ອງໄດ້ບອກວ່າ ສິນຄ້າທີ່ຂາຍແມ່ນປະເພດຜັກ ແລະ ໝາກໄມ້ອົບກອບ ໃນເມື່ອກ່ອນແມ່ນນ້າບ່າວເປັນຄົນຂາຍ, ອໍເດີ້ຕອນນ້ັນກໍບໍ່ຫຼາຍ ພໍໄດ້ນ້ອງມາຊ່ວຍ ອໍດໍ້ເພີ່ມຂຶ້ນຫຼາຍເທົ່າຕົວເລີຍ
ແລະ ແມ່ຂອງນ້ອງແຊນດີ້ກໍບອກວ່າ ນ້ອງແຊນດີ້ເວົ້າວ່າ ຢາກຊ່ວຍພໍ່ແມ່ຫາເງິນ ຢາກປຸກເຮືອນໃຫ້ພໍ່ກັບແມ່ດ ພໍ່ຕູ້ແມ່ຕູ້ ຢາກໃຫ້ທຸກຄົນສະບາຍ

ທຸກຄົນເຊິ່ງມັນເປັນຄວາມຄິດ ແລະ ຄໍາເວົ້າຂອງຜູ້ຍິງໂຕນ້ອຍໆ ອາຍຸ ພຽງ 10 ປີ, ຄິດ ແລະ ເຮັດໄດ້ສໍ່ານີ້ ອານາຄົດເຊື່ອແນ່ວ່າມະຫາເສດຖີຢູ່ບໍ່ໄກ ແລະ ຈະເປັນແບບຢ່າງທີ່ດີໃຫ້ກັບຫຼາຍໆຄົນໄດ້ ເລີ່ມໄວ ຫາເກັບເງິນ ແລະ ປະສົບການໄວກໍປະສົມຜົນສໍາເລັດໄວ

ຝາກຕິດຕາມນ້ອງແຊນດີ້ ແມ່ຄ້ານ້ອຍຮ້ອຍລີລາຄົນນີ້ແນ່ເດີ້ ອານາຄົດໄກແນ່ນອນ.