ສິ່ງນໍາໂຊກຂອງຄົນທັງ 12 ລາສີ ທີ່ພົກຕິດໂຕໄວ້ຈະຊ່ວຍປ້ອງກັນສິ່ງບໍ່ດີ ແລະ ເອີ້ນໂຊກລາບ

861

ສິ່ງນໍາໂຊກຂອງຄົນທັງ 12 ລາສີ ທີ່ພົກຕິດໂຕໄວ້ຈະຊ່ວຍປ້ອງກັນສິ່ງບໍ່ດີ ແລະ ເອີ້ນໂຊກລາບ
ເວບໄຊ www.myhora.com ເຜີຍສິ່ງນໍາໂຊກຂອງຄົນທີ່ເກີດທັງ 12 ລາສີ ຕາມຄວາມເຊື່ອວ່າ ມີໄວ້ຕິດໂຕຈະຊ່ວຍປ້ອງກັນສິ່ງຊົ່ວຮ້າຍ, ຊ່ວຍໃຫ້ໂຊກດີ, ເອີ້ນໂຊກລາບ ແລະ ເດີນທາງປອດໄພ ເຮົາມາຮູ້ພ້ອມກັນເລີຍວ່າ ລາສີໃດຄວນມີສິ່ງໃດໄວ້ຕິດໂຕ
1 ລາສີມັງກອນ ຜູ້ທີ່ເກີດວັນທີ 16 ມັງກອນ-15 ກຸພາ ເຊິ່ງດາວທີ່ຄອຍປົກປັກຮັກສາຄົນທີ່ເກີດລາສີນີ້ກໍຄືດາວເສົາ ສ່ວນເທບຜູ້ພິທັກແມ່ນເທບແຫ່ງການເວລາ ທີ່ເຮັດໃຫ້ຄົນທີ່ເກີດໃນລາສີນີ້ມີອິດທິພົນ, ເຮັດໃຫ້ເປັນຄົນຊື່ສັດ ມີເຫດຜົນ ແລະ ໃຊ້ຊີວິດຢ່າງຖືກຕ້ອງ ແລະ ຄຸ້ມຄ່າ ສິ່ງນໍາໂຊກຄື ສິ່ງຂອງຕ່າງໆທີ່ມີ ສີດໍາ, ເທົາ, ນໍ້າຕານ, ໝົ່ນ ຖ້າຢາກມີຄວາມສຸກໃຫ້ໝັ່ນກິນຫອມບົ່ວເປັນປະຈໍາ ຈະຊ່ວຍໃຫ້ມີສຸຂະພາບດີ
ເລກນໍາໂຊກແມ່ນເລກ 2, ໂຕອັກສອນແມ່ນ K, T, ສາຍສ້ອຍກີ້ຮູບດາວ, ຕຸ້ມຫູມຸກ.

2 ລາສີກຸມ ກໍ່ຄືຜູ້ເກີດເດືອນກຸມພາ ລະຫວ່າງກວັນທີ 16 ກຸມພາ-15 ມີນາ
ລາສີກຸມ ຜູ້ທີ່ເກີດໃນລາສີນີ້ີດາວຢູເຣນັດ ເປັນດາວທີ່ຄອຍປົກປັກຮັກສາຢູ່ ແລະ ມີເທບແຫ່ງຄວາມຮອບຮູ້ຄອຍພິທັກ ເຈົ້າຈຶ່ງໄດ້ຮັບອິດທິພົນດັ່ງກ່າວ ເຮັດໃຫ້ມີຄວາມຄິດສ້າງສັນ, ແບບບໍ່ມີໃຜຄິດເຖິງ ແລະ ເປັນຜູ້ມີຄວາມຄິດແບບແປກໆ ໃໝ່ໆ ລໍ້າໜ້າຄົນອື່ນໆສະເໝີ ສິ່ງນໍາໂຊກແມ່ນສິ່ງຂອງຕ່າງໆ ສີຟ້າ, ຂຽວ ແລະ ເຫຼືອງ ແລະ ອາຫານນໍາໂຊກແມ່ນ ຜັກສະຫຼັດ
ເລກນໍາໂຊກໄດ້ແກ່ເລກ 5, ໂຕອັກສອນແມ່ນ E, W, ແຫວນເພັດ

3 ລາສີມິນ ເດືອນມີນາ ຜູ້ທີ່ເກີດແຕ່ວັນທີ 16 ມີນາ-15 ເມສາ ດາວທີ່ຄອຍປົກປ້ອງດູແລ ແມ່ນດາວເນບຈູນ ມີເທບພິທັກເຮັດໃຫ້ຊາວມີນາເປັນຜູ້ທີ່ລຶກລັບ ແລະ ຊົງພະລັງອໍານາດ ໄວຕໍ່ຄວາມຮູ້ສຶກ ແລະ ຮັບຮູ້ກະແສວິນຍານໄດ້ດີ
ສິ່ງນໍາໂຊກໄດ້ແກ່ສິ່ງຂອງຕ່າງໆ ສີຟ້າ, ຂຽວ, ແລະ ເຫຼືອງ ອາຫານນໍາໂຊກແມ່ນ ຍໍາສະລັດ, ນໍາໝາກໄມ້ສົດ
ເລກນໍາໂຊກແມ່ນເລກ 6 , ອັກສອນແມ່ນ F, O, ສວນດອກໄມ້, ໂບ, ໝອນຫຼາຍສີ ແລະ ເສື້ອກັນໜາວລາຍດອກໄມ້.
4 ລາສີເມກ ເດືອນ ເມສາ ຜູ້ທີ່ເກີດລະຫວ່າງວັນທີ 16 ມີນາ-14 ພຶດສະພາ ຊາວລາສີເມກ ມີດາວອັງຄານທີ່ຄອຍປົກປັກຮັກສາຢູ່ ຈຶ່ງໄດ້ຮັບອິດທີພົນຈາກເທບຜູ້ບຸກເບີກດວງດາວ ເຕັມໄປດ້ວຍກໍາລັງ, ເກັ່ງກ້າ, ຕັ້ງໃຈ ພ້ອມທີ່ຈະລຸຍເຕັມທີ່ ບໍ່ວ່າຈະພໍ້ສະຖານະການໃດ
ສິ່ງຂອງນໍາໂຊກແມ່ນຈະມີສີ ສົ້ມ, ແດງ, ແລະ ທອງ ອາຫານທີ່ເໝາະສົມກັບຮ່າງກາບແມ່ນ ໝາກເລັ່ນ, ໝາກເລັ່ນໃຫຍ່
ເລກນໍາໂຊກໄດ້ແກ່ເລກ 9, ໂຕອັກສອນໄດ້ແກ່ I, R

5 ລາສີພຶດສົກ ເດືອນພຶດສະພາ ຜູ້ທີ່ເກີດວັນທີ 15 ພຶດສະພາ-15 ມິຖຸນາ
ລາສີພຶດສັກ ມີດາວທີ່ຄອຍປົກປັກຮັກສາຢູ່ຄືດາວສຸກ ເທບວີນັສຜູ້ສົດໃສສວຍງາມອ່ອນຫວານ ແລະ ເຕັມໄປດ້ວຍຄວາມຮັກ, ຄວາມງາມ ທີ່ສົ່ງຜົນໃຫ້ຄົນທີ່ເກີດໃນລາສີນີ້ ມີຮອຍຍີ້ມທີ່ມີສະເຫນ່ ແລະ ຈິດໃຈດີມີເມດຕາ ກັບທຸກໆຄົນ ແລະ ມີຄວາມຮັກໃນມວນມະນຸດໃນການຊ່ວຍເຫຼືອ ແລະ ເອືຶ້ອເຟື້ອເພື່ອແຜ່
ສິ່ງນໍາໂຊກຄືສິ່ງຂອງທີ່ມີສີຟ້າ, ບົວ ແລະ ຄຣີມ, ຜັກຊີຈະຊ່ວຍບໍາລຸງຮ່າງກາຍໃຫ້ແຂງແຮງ ແລະ ໄດ້ຮັບສານອາຫານທີ່ສົມບູນ, ເລກນໍາໂຊກໄດ້ແກ່້ລກ 7, ຕົວອັກສອນ G, Y

6 ລາສີເມຖຸນ ເດືອນມິຖຸນາ ຜູ້ທີ່ເກີດ 16 ມິຖຸນາ-15 ກໍລະກົດ
ລາສີເມຖຸນ ດາວພຸດເປັນດາວທີ່ຄອຍປົກປັກຮັກສາ ສ່ວນເທບພິທັກຄົນທີ່ເກີດລາສີນີ້ແມ່ນ ເທບເມີຄິວຣີ ຜູ້ມີພອນສະຫວັນໃນການປະພັນ, ເປັນນາຍຊ່າງ ແລະ ມີວາທະສິນເປັນເລີດ ເຈົ້າຈຶ່ງໄດ້ຮັບອິດທິພົນເປັນນັກເວົ້າ, ນັກຂຽນ ແລະ ມີຄວາມຮອບຮູ້ຫຼາຍຢ່າງ
ສິ່ງນໍາໂຊກໄດ້ແກ່ສິ່ງຂອງຕ່າງໆທີ່ມີສີເເຫຼືອງ, ນໍ້າເງິນ ຜັກກາດຂາວຈະຊ່ວຍໃຫ້ເຈົ້າໄດ້ຮັບວິຕາມິນຊີຢ່າງພຽງພໍ
ເລກນໍາໂຊກໄດ້ແກ່ເລກ 4, ອັກສອນ D, M, ລົດແຂ່ງ, ດາດຟ້າ, ອາຄານດ ໂມງປຸກ ແລະ ເສື້ອສູດ

7 ລາສີກໍລະກົດ ເດືອນກໍລະກົດ ຄົນທີ່ເກີດວັນທີ 16 ກໍລະກົດ-15 ສິງຫາ
ຜູ້ທີ່ເກີດເດືອນກໍລະກົດ ດວງຈັນເປັນດາວທີ່ຄອຍປົກປັກຮັກສາ ສ່ວນເທບພິທັກໄດ້ແກ່ ໄດອານ່າ ເທບທິດາແຫ່ງການລ່າສັດ ແລະ ກະສິກໍາ ທັງຍັງເປັນແມ່ຂອງລູກໆຈໍານວນຫຼາຍ ເຈົ້າຈຶ່ງເປັນຄົນທີ່ມີຈິດໃຈກວ້າງຂວາງ, ສຸຂຸມ ແລະ ມີສັນຊາດຕະຍານເປັນທີ່ເພິ່ງ ຫຼື ເປັນແມ່ຢູ່ສະເໝີ ບໍ່ວ່າຈະເປັນຍິງ ຫຼື ຊາຍ
ສິ່ງນໍາໂຊກຄືສິ່ງຂອງທີ່ມີສີຂາວ, ມ່ວງອ່ອນ ແລະ ຟ້າທະເລ ເຈົ້າຄວນຮັບປະທານ ພວກສາລ່າຍທະເລໃຫ້ຫຼາຍໆ ຈະດີຕໍ່ສຸຂະພາບ
ເລກນໍາໂຊກໄດ້ແກ່ ເລກ 8, ຕົວອັກສອນ H , N ແຫວ່ນແຍງແບບມີດ້າມຖື

8 ລາສີສິງ ເດືອນສິງຫາ ຜູ້ທີ່ເກີດວັນທີ 16 ສິງຫາ
ລາສີສິງ ດວງອາທິດເປັນດາວທີ່ຄອຍປົກປັກຮັກສາລາສີສິງຢູ່ ສ່ວນເທບພິທັກຄື ເທບອະພອນໂລ ປັນເທບແຫ່ງຄວາມເຂັ້ມແຂງຄວາມນຸ່ມ ແລະ ຄວາມສາວ ຜູ້ທີ່ເກີດໃນລາສີນີຈຶ່ງເປັນຄົນທີ່ຍິ່ງທະນົງ, ໃຈກວ້້າງ ແລະ ເຊື່ອໝັ້ນໃນຕົນເອງສູງ ທັງເປັນຄົນທີ່ເປັນຈຸດເດັ່ນຕໍ່ຄົນອື່ນໆ
ສິາງນໍາໂຊກຄື ຂອງໃຊ້ທີ່ມີສີສົ້ມ, ແດງ, ທອງ ຄວນກີນໝາກກ້ຽງຈະຊ່ວຍໃຫ້ສຸຂະພາບດີ ແລະ ມີຄວາມສຸກ
ເລກນໍາໂຊກ ແມ່ນເລກ 3, ຕົວອັກສອນ K, U

9 ລາສີກັນ ເດືອນກັນຍາ ຜູ້ທີ່ເກີດວັນທີ 16 ກັນຍາ – 15 ຕຸລາ
ລາສີກັນມີດາວພຸດທີ່ຄອຍດູແລຄືກັນກັບລາສີເມຖຸນ ໂດຍມີເທບເມີຄິວຣີ ເປັນເທບປະຈໍາລາສີ ຈຶ່ງເຮັດໃຫ້ນິໄສພື້ນຖານຂອງຄົນເກີດລາສີນີ້ ເປັນຄົນສຸພາບ, ມາລະຍາດດີ, ເວົ້າເກັ່ງ ແລະ ຂຽນໜັງສືງາມ
ສິ່ງນໍາໂຊກໄດ້ແກ່ສິ່ງຂອງທີ່ມີສີສົ້ມ, ສີເນື້ອ ແລະ ສີນໍ້າເງິນ ຫຼື ຟ້າ ອາຫານທີ່ດີຕໍ່ຮ່າງກາຍໄດ້ແກ່ໝາກນາວ ແລະ ເລມອນ
ເລກນໍາໂຊກໄດ້ແກ່ເລກ 0, ໂຕອັກສອນ A, S, ສາຍສ້ອຍກີ້ໄມ້ກາງເຂນ

10 ລາສີ ຕຸນ ເດືອນຕຸລາ ຜູ້ທີ່ເກີດວັນທີ 16 ຕຸລາ-15 ພະຈິກ
ລາສີຕຸນ ດາວທີ່ຄອຍປົກປ້ອງແມ່ນດາວພຸດ ແລະ ມີເທບວີນັສເປັນຜູ້ພິທັກທີ່ຮັກສວຍຮັກງາມ, ໃຈເຢັນ ແລະ ໃຈດີ
ສິ່ງຂອງນຳໂຊກໄດ້ແກ່ສິ່ງຂອງທີ່ມີສີຟ້າ, ຂຽວ ແລະ ເຫຼືອ ສະຕໍເບີລີເປັນໝາກໄມ້ນໍາໂຊກມາໃຫ້
ເລກນໍາໂຊກໄດ້ແກ່ເລກ 6, ໂຕອັກສອນ F, O

11 ລາສີພະຈິກ ເດືອນພະຈິກ ຜູ້ທີ່ເກີດລະຫວ່າງ 16 ພະຈິກ-15 ທັນວາ
ລາສີພະຈິກກີດາວ ແລະ ພຣູໂຕຮັກສາປົກຈຶ່ງເຮັດໃຫ້ເຈົ້າເປັນຄົນທີ່ບໍ່ຄ່ອຍມັກເວົ້າ ແຕ່ມີສະເນ່ທີ່ໜ້າຄົ້ນຫາສຸດໆ
ສິ່ງຂອງງຳໂຊກໄດ້ແກ່ສິ່ງຂອງຕ່າງໆທີ່ມີສີ ເທົາ, ດຳ ອາຫານທີ່ເຫມາະສຳລັບຄົນເກີດລາສີນີ້ແມ່ນ ໄຂ່ຈືນ, ຈືນໄຂ່
ເລກນຳໂຊກແມ່ນເລກ 5 ຕົວອັກສອນ E, W

ແລະ 12 ລາສີທະນູ ຜູ້ທີ່ເກີດວັນທີ 16 ທັນວາ-15 ມັງກອນ
ລາສີທະນູ ມີດາວພະຫັດເປັນດາວປົກປັກຮັກສາ ແລະ ມີເທບແຫ່ງຄວາມຮອບຮູ້ເປັນຜູ້ພິທັກ ຈຶ່ງສົ່ງຜົນເຮັດໃຫ້ຄົນເກີດລາສີນີ້ມັກຮັກອິດສະຫຼະ, ຕາມໃຈຕົນເອງ ແລະ ມີຄວາມຮູ້ຮອບໂຕຫຼາຍ
ສິ່ງນໍາໂຊກໄດ້ແກ່ຂອງໃຊ້ທີ່ມີສີແດງ, ສົ້ມ, ແດງ ເປັນອາຫານທີ່ຊ່ວຍບໍາລຸງຮ່າງກາຍ
ເລກນໍາໂຊກໄດ້ແກ່ເລກ 1, ໂຕອັກສອນ J, S
ແນວໃດກໍຕາມນີ້ເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ
ຂໍ້ມູນຈາກ: www.myhora.com