ສປຊ ອະນຸມັດເງິນ 45 ລ້ານໂດລາ ຊ່ວຍສາທາລະນະສຸກອັຟການິສຖານ

286

ສຳ​ນັກ​ຂ່າວ​ເອ​ເອ​ຟ​ພີ ລາຍ​ງານ​ວ່າ ຫົ​ວ​ໜ້າ​ຝ່າຍ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ເປີດ​ເຜີຍ​ໃນ​ວັນ​ທີ 22 ກັນ​ຍາ 2021 ວ່າ: ສ​ປ​ຊ ໄດ້​ອະ​ນຸ​ມັດ​ເງິນ​ຊ່ວຍ​ເຫຼືອ​ສຸກ​ເສີນ​ຈຳ​ນວນ 45 ລ້ານ​ໂດ​ລາ​ສະ​ຫະ​ລັດ ເພື່ອ​ຊ່ວຍ​ເຫຼືອ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ບໍ່​ໃຫ້ຫຼົ້ມ​ສະຫຼາຍ.

ທ່ານ ມາ​ຕິນ ກ​ຣິ​ຟ​ຟິ​ສ ຮອງ​ເລ​ຂາ​ທິ​ການ ສ​ປ​ຊ ດ້ານ​ກິດ​ຈະ​ການ​ມະ​ນຸດ​ສະ​ທຳ ແລະ ຜູ້​ປະ​ສານ​ງານ​ການ​ບັນ​ເທົາ​ທຸກ​ໃນ​ສະ​ຖາ​ນະ​ການ​ສຸກ​ເສີນ ກ່າວ​ວ່າ: ຢາ, ອຸ​ປະ​ກອນ​ການ​ແພດ ແລະ ເຊື້ອ​ເພີງ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ກຳ​ລັງ​ຈະ​ໝົດ​ລົງ, ສ່ວນ​ການ​ຂົນ​ສົ່ງ​ແບບ​ຄວບ​ຄຸມ​ອຸນ​ຫະ​ພູມ ຍັງ​ພໍ​ດຳ​ເນີນ​ຕໍ່​ໄປ​ໄດ້ ແຕ່​ບຸກ​ຄະ​ລາ​ກອນ​ການ​ແພດ​ທີ່​ສຳ​ຄັນ​ຍັງ​ບໍ່​ໄດ້​ຮັບ​ເງິນ​ເດືອນ.

ທັງ​ນີ້ ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ຕົກ​ຢູ່​ໃນ​ພາ​ວະ​ວິ​ກິດ​ຢ່າງ​ໜັກ​ໜ່ວງ ຫຼັງ​ຈາກ​ທີ່​ກຸ່ມ​ຕາ​ລີ​ບັນ​ເຂົ້າ​ຢຶດ​ຄອງ​ອັ​ຟ​ກາ​ນິ​ສ​ຖານ​ຕັ້ງ​ແຕ່​ກາງ​ເດືອນ​ສິງ​ຫາ​ຜ່ານ​ມາ ສົ່ງ​ຜົນ​ໃຫ້​ການ​ຊ່ວຍ​ເຫຼືອ​ຂອງ​ຕ່າງ​ປະ​ເທດ​ພົບ​ຄວາມ​ຫຍຸ້ງ​ຍາກ, ໃນ​ຂະ​ນະ​ທີ່​ໂຮງ​ໝໍຫຼາຍ​ແຫ່ງ​ຂາດ​ແຄນ​ບຸກ​ຄະ​ລາ​ກອນ​ທາງ​ການ​ແພດ.

ທ່ານ ກ​ຣ​ຟ​ຟິ​ສ ກ່າວ​ວ່າ​: ກຳ​ລັງ​ອະ​ນຸ​ມັດ​ເງິນ​ຊ່ວຍ​ເຫຼືອ​ຈາກກອງ​ທຶນ​ຕອບ​ສະ​ໜອງ​ສະ​ຖາ​ນະ​ການ​ສຸກ​ເສີນ​ຂອງ ສ​ປ​ຊ ເພື່ອ​ເພີ່ມ​ການ​ຊ່ວຍ​ເຫຼືອ​ແກ່​ອັ​ຟ​ກາ​ນິ​ສ​ຖານ ຖ້າ​ບໍ່​ດັ່ງ​ນັ້ນ ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ອັ​ຟ​ກາ​ນິ​ສ​ອາດຫຼົ້ມ​ສະຫຼາຍ ເຊິ່ງ​ຈະ​ເກີດ​ຫາຍ​ຍະ​ນະ​ຄັ້ງ​ໃຫຍ່, ປະ​ຊາ​ຊົນ​ຈະ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ການ​ບໍ​ລິ​ການ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ​ໄດ້.