ເດວຕ້າ ກາຍເປັນສາຍພັນຫຼັກທີ່ກຳລັງລະບາດທົ່ວໂລກ

327

ສຳ​ນັກ​ຂ່າວ​ເອ​ເອ​ຟ​ພີ ລາຍ​ງານ​ວ່າ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ເປີດ​ເຜີຍ​ວ່າ ເຊື້ອ​ໄວ​ຣັ​ສ​ໂຄວິດ-19 ສາຍ​ພັນ​ເດວ​ຕ້າ ເກືອບ​ວ່າ​ເປັນ​ສາຍ​ພັນ​ດຽວ​ທີ່​ກຳ​ລັງ​ລະ​ບາດ​ທົ່ວ​ໂລກ​ໃນ​ຂະ​ນະ​ນີ້ ໂດຍຫຼ້າ​ສຸດ​ພົບ​ການ​ຕິດ​ເຊື້ອ​ຈາກ​ສາຍ​ພັນ​ອື່ນໆ​ທີ່​ໜ້າ​ຕິດ​ຕາມ​ເຫຼືອ​ບໍ່​ເຖິງ 1% ຂອງ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ທັງ​ໝົດ.

ທ່ານ ນາງ ມາ​ເຣຍ ຟານ​ ເຄີໂຄ​ຟ ຜູ້​ຊ່ຽວ​ຊານ​ເຕັກ​ນິກ​ດ້ານ​ໂຄວິດ-19 ຂອງ ອົງ​ການ​ອະ​ນາ​ໄມ​ໂລກ ກ່າວ​ວ່າ: ໂຄວິດ-19 ສາຍ​ພັນ​ອານ​ຟາ, ເບ​ຕ້າ ແລະ ແກມ​ມາ ທີ່​ກຳ​ລັງ​ລະ​ບາດ​ຢູ່​ໃນ​ຂະ​ນະ​ນີ້ ​ແຕ່​ລະ​ສາຍ​ພັນເຫຼືອ​ບໍ່​ເຖິງ 1% ໂດຍ​ສ່ວນ​ໃຫຍ່​ທີ່ກວດ​ພົບ​ທົ່ວ​ໂລກ​ເປັນ​ສາຍ​ພັນ​ເດວ​ຕ້າ.

ທ່ານ ກ່າວ​ອີກວ່າ: ສາ​ຍ​ພັນ​ເດວ​ຕ້າ​ມີ​ຄວາມ​ແຂງ​ແຮງ​ທົນ​ທານຫຼາຍ​ຂຶ້ນ, ແຜ່​ງ່າຍ ຕິດ​ໄວ ແລະ ກຳ​ລັງ​ແທນ​ທີ່​ສາຍ​ພັນ​ອື່ນໆ ເຊິ່ງ​ປັດ​ຈຸ​ບັນ​ກວດ​ພົບ​ແລ້ວ 185 ປະ​ເທດ​ທົ່ວ​ໂລກ. ທັງ​ນີ້ ໄວ​ຣັ​ສ​ທຸກ​ຊະ​ນິດ​ຈະ​ກາຍ​ພັນ ເມື່ອ​ເວ​ລາ​ຜ່ານ​ໄປ ລວມ​ທັງ SARS-CoV-2 ໄວ​ຣັ​ສ​ທີ່​ກໍ່​ໃຫ້​ເກີດ​ໂຄວິດ-19.