ເອດີບີ ປັບຫຼຸດຄາດການຂະຫຍາຍຕົວເສດຖະກິດອາຊີລົງເຫຼືອ 7,1%

232

ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຄາດ​ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ພູ​ມີ​ພາກ​ອາ​ຊີ​ປະ​ຈຳ​ປີ 2021 ໂດຍ​ຄາດ​ວ່າ ເສດ​ຖະ​ກິ​ດ​ອາ​ຊີ​ຈະ​ຂະ​ຫຍາຍ​ຕົວ​ຊ້າ​ລົງ ຫຼັງ​ຈາກຫຼາຍ​ປະ​ເທດ​ຍັງ​ປະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງ​ໜັກ, ໃນ​ຂະ​ນະ​ດຽວ​ກັນ​ການ​ຈັດ​ຫາ​ວັກ​ແຊັງ​ກໍ​ຍັງ​ບໍ່​ພຽງ​ພໍ ເຮັດ​ໃຫ້​ອັດ​ຕາ​ການ​ສັກ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ-19 ຢູ່​ໃນ​ລະ​ດັບ​ຕ່ຳ ຈຶ່ງ​ຈຳ​ເປັນ​ຕ້ອງ​ໃຊ້​ມາດ​ຕະ​ການ​ລັອກ​ດາວ ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ໂດຍ​ກົງ.

ເອ​ດີ​ບີ​ຄາດ​ການ​ວ່າ ເສດ​ຖະ​ກິດ​ອາ​ຊີ​ຈະ​ຂະ​ຫຍາຍ​ຕົວ 7,1% ເຊິ່ງຫຼຸດ​ລົງ​ຈາກ​ການ​ຄາດ​ການ​ຄັ້ງ​ຜ່ານ​ມາ​ທີ່​ຄາດ​ວ່າ ຈະ​ຂະ​ຫຍາຍ​ຕົວ 7,3% ແນວ​ໃດ​ກໍ​ຕາມ​ເສດ​ຖະ​ກິດ​ຂອງ​ອາ​ຊີ​ຍັງ​ມີ​ຄວາມ​ທ້າ​ທາຍຫຼາຍ​ຢ່າງ ແລະ ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ໃນ​ພູ​ມີ​ພາກ.

ເອ​ດີ​ບີ​ລະ​ບຸ​ວ່າ​ ອັດ​ຕາ​ການ​ສັກ​ວັກ​ແຊັງ​ປ້ອງ​ກັນ​ໂຄວິດ-19 ​ໃນ​ພູ​ມີ​ພາກ​ອາ​ຊີຍັງ​ຕ່ຳກວມ​ປະ​ມານ 30% ຂອງ​ປະ​ຊາ​ກອນ ເຊິ່ງ​ຖື​ວ່າ​ຕ່ຳຫຼາຍ ເມື່ອ​ທຽບ​ກັບ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ 50% ແລະ ເ​ອີ​ຣົບ 60%. ພ້ອມ​ເຕືອນ​ວ່າ ຄວາມຫຼ້​າ​ຊ້າ​ຂອງ​ການ​ສັກ​ວັກ​ແຊັງ ເມື່ອ​ປະ​ເຊີນ​ກັບ​ການ​ລະ​ບາດ​ຂອງ​ເຊື້ອ​ພະ​ຍາດ​ກາຍ​ພັນ​ໃໝ່ໆ ໂດຍ​ສະ​ເພາະ​ສາຍ​ພັນ​ເດວ​ຕ້າ ຖື​ວ່າ ເປັນ​ຄວາມ​ສ່ຽງ​ອັນ​ໃຫ​ຍ່ຫຼວງ​ທີ່​ສຸດ​ຕໍ່​ພາບ​ລວມ​ທາງ​ເສດ​ຖະ​ກິດ​ຂອງ​ອາ​ຊີ ແລະ ອາດ​ສ້າງ​ຄວາມ​ເສຍ​ຫາຍ​ໄລ​ຍະ​ຍາວ​ຕໍ່​ພູ​ມີ​ພາກ​ໂດຍ​ຈະ​ກໍ່​ໃຫ້​ເກີດ​ການ​ສູນ​ເສຍ​ລາຍ​ໄດ້ ແລະ ກໍ່​ໃຫ້​ເກີດ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ຂອງ​ພູ​ມີ​ພາກ​ໃນຫຼາຍ​ມິ​ຕິ​ໄດ້.

ເອ​ດີ​ບີ​ຍັງ​ລະ​ບຸ​ວ່າ ຜົນ​ກະ​ທົບ​ຄັ້ງ​ນີ້ ເຮັດ​ໃຫ້​ຄວາມ​ກ້າວ​ໜ້າ​ໃນ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ໃນ​ບັນ​ດາ​ປະ​ເທດ​ກຳ​ລັງ​ພັດ​ທະ​ນາ​ຕ້ອງ​ຖອຍຫຼັງ​ອອກ​ໄປ​ອີກ​ຢ່າງ​ໜ້ອຍ 2 ປີ, ໃນ​ຂະ​ນະ​ທີ່​ການ​ປິດ​ການ​ຮຽນ-ການ​ສອນ​ຈະ​ສົ່ງ​ຜົນ​ໃຫ້​ເກີດ​ການ​ສູນ​ເສຍ​ທາງ​ດ້ານ​ການ​ສຶກ​ສາ ແລະ ສູນ​ເສຍ​ລາຍ​ໄດ້​ສູງກວ່າ​ທີ່​ຄາດ​ໄວ້.

ສ່ວນ​ພູ​ມີ​ພາກ​ອາ​ຊີ​ຕາ​ເວັນ​ອອກ ເຊິ່ງ​ມີ​ອັດ​ຕາ​ການ​ສັກ​ວັກ​ແຊັງ​ສູງ​ສຸດ​ໃນ​ອາ​ຊີ ແລະ ລັດ​ຖະ​ບານ​ສາ​ມາດ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ໄດ້​ໄວ ຄາດ​ວ່າ ເສດ​ຖະ​ກິດ​ຈະ​ຂະ​ຫຍາຍ​ຕົວ 7,6% ໃນ​ປີ​ນີ້ ເຊິ່ງ​ເພີ່ມ​ຂຶ້ນ​ຈາກ​ການ​ຄາດ​ການ​ຄັ້ງ​ຜ່ານ​ມາ​ທີ່​ຄາ​ດ​ວ່າ ຈະ​ຂະ​ຫຍາຍ​ຕົວ 7,4%.

ສ່ວນພູມ​ມີ​ພາກ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເຊິ່ງ​ກຳ​ລັງ​ປະ​ເຊີນ​ກັບ​ການ​ແຜ່​ລະ​ບາດ​ຢ່າງ​ໜັກ ​ຄາດ​ວ່າ​ຈະ​ຂະ​ຫຍາຍ​ຕົວ 3,1% ຫຼຸດ​ລົງ​ຈາກ​ 4,4% ຈາກ​ການ​ຄາດ​ການ​ຄັ້ງ​ຜ່ານ​ມາ ໂດຍ​ໄດ້​ປັບຫຼຸດ​ທັງ​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ໄທ ແລະ ຫວຽດ​ນາມ, ສ່ວນ​ພາກ​ພື້ນ​ປາ​ຊີ​ຟິກ​ຈາກ​ເດີມ​ຄາດ​ວ່າ ຈະ​ຂະ​ຫຍາຍ​ຕົວ 1,4% ຫຼຸດ​ລົງ​ເຫຼືອ 0,6% ເທົ່າ​ນັ້ນ.