ກຸ່ມບໍລິສັດໂຄລາວ ມອບເງິນໃຫ້ແກ່ກົມຕໍາຫຼວດຈະລາຈອນ ນຳໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19

750

ກຸ່ມບໍລິສັດໂຄລາວ ກໍຄືບໍລິສັດ ໂອໂຕເວີນດ໌ (ໂຄລາວ ດິວິລົບພິງ) ຈໍາກັດຜູ້ດຽວ ໄດ້ມອບເງິນມູນຄ່າ 100ລ້ານກີບໃຫ້ກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ – 19.

ພິທີມອບ-ຮັບ ຈັດຂຶ້ນໃນຕອນບ່າຍວັນທີ 23 ກັນຍາ 2021 ທີ່ສໍານັກງານໃຫຍ່ກຸ່ມບໍລິສັດໂຄລາວ, ກ່າວມອບໂດຍ ທ່ານ ປອ ຄໍາຂັນ ນະພາວົງ ຮອງປະທານໃຫຍ່ກຸ່ມບໍລິສັດໂຄລາວ, ມີ ທ່ານ ໜູໄຊ ແຫວນສະຫວັນ ປະທານບໍລິສັດ ໂອໂຕເວີນດ໌ (ໂຄລາວ ດິວິລົບພິງ) ຈໍາກັດຜູ້ດຽວ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍ ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ ຫົວໜ້າກົມຕໍາຫຼວດຈະລາຈອນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ກຸ່ມບໍລິສັດໂຄລາວທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ເຊິ່ງເປັນການປະສ່ວນອັນສໍາຄັນເຂົ້າໃນວຽກງານຕ້ານ ສະກັດກັ້ນ ແລະ ການແຜ່ລະບາດຂອງພະຍາດໂຄວິດ -19 ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າຈະເອົາເງິນຈໍານວນດັ່ງກ່າວນີ້ໄປໝູນໃຊ້ເຂົ້າໃນວຽກງານພະຍາດ ຢູ່ນະຄອນຫຼວງວຽງຈັນ ໃຫ້ເກີດປະໂຫຍດສູງສຸດ.

ກ່ອນໜ້ານີ້ ໃນວັນທີ 17 ກັນຍາຜ່ານມາ, ກຸ່ມບໍລິສັດ ໂຄລາວ ຮ່ວມກັບພະນັກງານ ກໍໄດ້ມອບເງິນຊ່ວຍເຫຼືອໂຄງການປັນນໍ້າໃຈເພື່ອຜູ້ປະຈັນບານຕ້ານພະຍາດໂຄວິດ-19ຈໍານວນ 20ລ້ານກີບ ໃຫ້ແກ່ອົງການປົກຄອງນະຄອນຫຼວງວຽງຈັນ.