ໄຟຟ້າລາວ ສາຂາ ແຂວງອຸດົມໄຊ ແຕ່ງຕັ້ງກຳມະການຄະນະພັກຮາກຖານ

378

ລັດວິສາຫະກິດໄຟຟ້າລາວ ແຂວງອຸດົມໄຊ ໄດ້ມີພິທີປະກາດແຕ່ງຕັ້ງ ກຳມະການຄະນະພັກຮາກຖານຂອງຕົນໃນຕອນບ່າຍວັນທີ 22 ກັນຍານີ້ ທີ່ຫ້ອງປະຊຸມຂອງລັດວິສາຫະກິດໄຟຟ້າ ໂດຍການເຂົ້າຮ່ວມເປັນກຽດຂອງ ສະຫາຍ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ມີກຳມະການຄະນະພັກຮາກຖານ, ຄະນະພັກໜ່ວຍພັກ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

ພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການຄະນະພັກຮາກຖານພະແນກພະລັງງານ ແລະບໍ່ແຮ່ ໂດຍໄດ້ແຕ່ງຕັ້ງ ສະຫາຍ ອຸ່ນເນື້ອ ສີວັນເພັງ ເປັນກຳມະການຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ທັງເປັນເລຂາໜ່ວຍພັກບໍລິຫານ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ສອນແກ້ວ ຄຳເສົາ ເປັນກຳມະການຄະນະໜ່ວຍພັກຄຸ້ມຄອງເຕັກນິກໄຟຟ້າລາວ ສາຂາແຂວງອຸດົມໄຊ.

ການປະກາດບົ່ງຕົວແຕ່ງຕັ້ງກຳມະການຄະນະພັກຮາກຖານ ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງອຸດົມໄຊ ກໍເພື່ອຮັບປະກັນໃນການຊີ້ນຳ-ນຳພາ ວຽກງານພັກ-ພະນັກງານໃຫ້ສອດຄ່ອງຕາມລະບຽບການຂອງພັກ ນຳພາການເຄື່ອນໄຫວວຽກງານໃນຄະນະພັກຮາກຖານພະແນກພະລັງງານ ແລະ ບໍ່ແຮ່ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ແນໃສ່ເພື່ອເພີ່ມກໍາລັງແຮງ ແລະ ຮັບປະກັນໃຫ້ການນໍາພາວຽກງານຂອງຮາກຖານພັກສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່.

ໂອກາດດັ່ງກ່າວ ສະຫາຍ ອາລຸນ ບຸນວິໄລ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ກໍໄດ້ໂອ້ລົມຕໍ່ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນຳພາຂອງແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ບຸກບືນ, ສູ້ຊົນ, ຜ່ານຜ່າຄວາມຫຍຸ້ງຍາກ ເຮັດສໍາເລັດໜ້າທີ່ຕາມຂັ້ນເທິງມອບໝາຍ ແລະ ເພື່ອຮັບປະກັນເຮັດໃຫ້ການຈັດຕັ້ງການເຄື່ອນໄຫວນໍາພາຂອງບັນດາໜ່ວຍພັກ.

ສະຫາຍຍັງໄດ້ເນັ້ນໃຫ້ສະມາຊິກພັັກ ຈັດຕັ້ງ ແລະການເຄື່ອນໄຫວນຳພາວຽກງານກ້າວໄປສູ່ຄຸນນະພາບໃໝ່ທີ່ສູງກວ່າເກົ່າ, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນໃຫ້ມີຄວາມໜັກແໜ້ນ, ເຮັດວຽກງານການເມືອງ-ແນວຄິດ ໃຫ້ເປັນປົກກະຕິ, ມີຄວາມໜັກແໜ້ນ ແລະ ມີການຫັນປ່ຽນໃໝ່, ພະຍາຍາມສ້າງທຸກເງື່ອນໄຂ ໃຫ້ອ້າຍນ້ອງພະນັກງານ, ສະມາຊິກພັກ ໄດ້ຮັບການບຳລຸງ ແລະ ຍົກລະດັບທາງດ້ານທິດສະດີ, ລະບຽບກົດໝາຍຂອງລັດ ຕິດພັນກັບການຍົກລະດັບສ້າງຄວາມຄວາມຊຳນານທາງດ້ານວິຊາສະເພາະໃຫ້ນັບມື້ດີຂຶ້ນ

ຂ່າວຈາກ: ສະຖານີວິທະຍຸ ໂທລະພາບ ແຂວງ ອຸດົມໄຊ