ເຈົ້າແຂວງຈຳປາສັກ ຊຸກຍູ້ວຽກງານຄວບຄຸມການລະບາດໂຄວິດ-19 ຢູ່ນະຄອນປາກເຊ.

328

ໃນຕອນເຊົ້າຂອງວັນທີ 23 ກັນຍາ 2021 ທ່ານ ວິໄລວົງ ບຸດດາຄຳ  ເຈົ້າແຂວງໆ ຈຳປາສັກ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານ ປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ຢູ່ນະຄອນປາກເຊ ເຊິ່ງໃຫ້ກຽດຕອນຮັບໂດຍທ່ານ ບົວລີ ເພັດສົງຄາມ  ເຈົ້ານະຄອນປາກເຊ, ພ້ອມດ້ວຍການນຳຂອງນະ ຄອນເຂົ້າຮ່ວມ


ການລົງມາໃນຄັ້ງທ່ານເຈົ້າແຂວງໄດ້ຮັບຟັງການລາຍງານສະພາບການແຜ່ລະບາດຂອງພະ ຍາດໂຄວິດ 19 ໃນທົ່ວນະຄອນເຊີ່ງລາຍງານໂດຍທ່ານ ບົວລີ ເພັດສົງຄາມເຈົ້ານະຄອນປາກເຊ ເຊີ່ງມາຮອດ ວັນ 22 ກັນຍາ 2021 ນະຄອນປາກເຊ ມີຜູ້ຕິດເຊື້ອພະ ຍາດໂຄວິດ 19 ສະສົມທັງໝົດ ຈຳນວນ 409 ກໍລະນີ ໃນນັ້ນຕິດເຊື້ອພາຍໃນຊຸມຊົນ 303 ກໍລະນີ ແລະ ນຳເຂົ້າ 106 ກໍລະນີ, ສະເພາະເດືອນກັນຍາ 2021 ( ວັນທີ 6 – 21 ກັນຍາ 2021 ) ມີຈຳນວນ 204 ກໍລະນີ, ຍີງ 120 ກໍລະນີ, ມີບ້ານ ທີ່ມີຜູ້ຕິດເຊື້ອ 24 ບ້ານ, ກວມເອົາ 57 % ຂອງຈຳນວນບ້ານທັງໝົດ ( 42 ບ້ານ ) ບ້ານທີ່ມີຜູ້ຕິດເຊື້ອແຕ່ 2 ກໍລະນີຂື້ນໄປ ແມ່ນກຳນົດເປັນບ້ານ ເຂດແດງ, ຈຳນວນ 16 ບ້ານ, ບ້ານ ທີ່ມີການຕິດ ເຊື້ອ 1 ກໍລະນິ ມີ 8 ບ້ານ, ບ້ານທີ່ມີການແຜ່ລະບາດໜັກໜ່ວງມີບ້ານ ສາງນ້ຳມັນ 92 ກໍລະນີ, ບ້ານ ຫ້ວຍຍາງຄຳ 18 ກໍລະນີ, ບ້ານໂພນກຸງ 13 ກໍລະນີ, ບ້ານສະໜາມໄຊ ແລະ ບ້ານທົ່ງ 11 ກໍລະນີ.

ເຫັນວ່າເປັນການແຜ່ລາມ ແລະ ຕິດເຊື້ອທີ່ວ່ອງໄວ ແລະ ເປັນວົງກວ້າງ ຕໍ່ສະພາບການແຜ່ລະບາດຂອງພະຍາດໂຄວິດ 19 ຄະນະພັກອຳນາດການປົກ ຄອງນະຄອນປາກເຊ ກໍ່ໄດ້ຮັບແຈ້ງການຂອງທ່ານເຈົ້າແຂວງໆຈຳປາສັກ ກໍ່ໄດ້ຮີບຮ້ອນຜັນຂະຫຍາຍໂດຍການອອກຄຳສັ່ງແນະນຳຂອງທ່ານເຈົ້ານະຄອນປາກເຊ ວ່າດ້ວຍການ ຈັດຕັ້ງປະຕິບັດ ຄຳສັ່ງດັ່ງກວ່າ, ແຈ້ງການປະກາດ ໃຫ້ສັງຄົມໄດ້ຮັບຮູ້ ແລະ ມອບໝາຍໃຫ້ຄະນະພັກອຳນາກການປົກຄອງບ້ານ 42 ບ້ານໃນນະຄອນປາກເຊ ໄດ້ພ້ອມກັນຈັດຕັ້ງປະຕິບັດຄຳສັ່ງຢ່າງເຂັ້ມງວດ

ໃນຕອນທ້າຍທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງໆ ຈຳປາສັກ ຍັງໄດ້ມອບເຄື່ອງຊ່ວຍໃຫ້ແກ່ນະຄອນປາກເຊ ໃນນັ້ນມີ ອຸປະກອນການເເພດ, ແລະ ເງີນຈຳນວນ 60 ລ້ານກີບ ເພື່ອເປັນທ່າແຮງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ແກ້ໄຂ,ຄວບຄຸມ, ສະກັດກັ້ນ, ກັນການລະບາດຂອງພະຍາດໂຄວິດ 19 ໃນນະຄອນປາກເຊໂດຍການຮັບຂອງທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊພ້ອມດ້ວຍການຳຂອງນະຄອນເຂົ້າຮວ່ມເປັນສັກພະຍານພາບ.

ພາບ,ຂ່າວ ຈັນທອນ ກົມໄຊຊະນະ