ອຸຕຸແຈ້ງໃໝ່ 23-26 ພາຍຸດີເປຼຊັນ ທຸກພາກລະມັດລະວັງ

384

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການ ເລກທີ 1070/ກອຕທ ລົງວັນທີ 23 ກັນຍາ 2021 ເຕືອນ ພາຍຸດີເປູ່ຊັນ ສະບັບທີ 2

ເນື່ອງຈາກວ່າ: ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ໄດ້ມີກໍາລັງແຮງເພີ່ມຂຶ້ນ ກາຍເປັນພາຍຸດີເປຼຊັນ ຊຶ່ງໃນເວລາ 4 ໂມງເຊົ້າ ຂອງວັນທີ 23 ກັນຍາ 2021 ມີຈຸດສູນກາງຢູ່ເສັ້ນຂະຫນານທີ 13.3 ອົງສາເຫນືອ ແລະ ເສັ້ນແວງທີ 112.2 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ໃນທິດຕາເວັນຕົກສ່ຽງເຫນືອ ແລະ ມີຄວາມໄວລົມສູງສຸດຢູ່ໃກ້ຈຸດ ສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.

ຄາດວ່າພາຍຸດີເປຼຊັ້ນຫົວນີ້ ຈະເຄື່ອນທີ່ຂື້ນຝັ່ງເຂດເມືອງ ດານັງ ຂອງປະເທດຫວຽດນາມໃນຕອນເຊົ້າ ຂອງວັນທີ 24 ກັນຍາ 2021 ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານແຂວງ ສາລະວັນ ແລະ ສະຫວັນນະເຂດ ໃນວັນດຽວກັນ.
ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້, ພາກກາງ ແລະ ພາກເຫນືອດ້ານຕາເວັນຕົກ ດັ່ງລາຍລະອຽດລຸ່ມນີ້:

ໄລຍະວັນທີ 23 – 25 ກັນຍາ 2021: ຈະມີຝົນຕົກຫນັກ ຫາ ຫນັກຫຼາຍ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນເຂດພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຍົງ ຢູ່ບາງທ້ອງຖິ່ນ.

ໄລຍະວັນທີ 24 – 26 ກັນຍາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ຫນັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເຫນືອດ້ານຕາເວັນຕົກ ເຊັ່ນ: ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ຊຶ່ງຈະເຮັດໃຫ້ເກີດມີນ້ໍາຖ້ວມກະທັນຫັນ, ນໍ້າຖ້ວມຊ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.
ດັ່ງນັ້ນ, ຈິ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ດັ່ງກ່າວ. ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ໍາຖ້ວມ ຍິ່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ຫນ້ານີ້.