ເສນາຮັກກອງພັນໃຫຍ່ 401 ລົງສີດຢາຂ້າເຊື້ອພະຍາດໂຄວິດ – 19

561

ໃນໄລຍະນີ້ ພວກເຮົາທຸກຄົນແມ່ນຢູ່ໃນທ່າມກາງຄວາມສ່ຽງຈາກພະຍາດໂຄວິດ19 ເຊິ່ງການສີດຢາຂ້າເຊື້ອ ຖືເປັນການສ້າງຄວາມໝັ້ນໃຈໃນການໃຊ້ຊີວິດອີກວິທີໜຶ່ງ ເພື່ອເປັນການອະເຊື້ອພະຍາດໂຄວິດ-19 ພາຍໃນພື້ນທີ່ຊ່ວຍໃຫ້ການໄປ-ມາ ຂອງຄົນໃນພື້ນທີ່ສະດວກ ແລະປອດໄພຍິ່ງຂຶ້ນ.

ໃນວັນທີ 21 ກັນຍາ 2021 ນີ້, ຂະແໜງເສນາຮັກພ້ອມດ້ວຍໜ່ວຍງານສະເພາະກິດຕ້ານ ແລະ ສະກັດກັ້ນປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ກອງພັນໃຫຍ່ 401 ໄດ້ລົງເຄື່ອນໄຫວສີດພົ່ນຢາຂ້າເຊື້ອ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ – 19 ຢູ່ກອງພັນ118.

ສະຫາຍ ສະຫາຍ ພັນຕີ ຄຳຜົງ ວິໄລວົງ ຫົວໜ້າຂະແໜງເສນາຮັກກອງພັນໃຫຍ່ 401 ໃຫ້ຮູ້ວ່າ: ການລົງເຄື່ອນໄຫວຊີດຢາຂ້າເຊື້ອໃນບັນດາພະແນກການໃນຄັ້ງນີ້ ແມ່ນປະຕິບັດຕາມຄຳສັ່ງ ຂອງກະຊວງປ້ອງກັນປະເທດ ໃນການເພີ່ມທະວີມາດຕະການຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ – 19, ທີ່ກຳລັງແຜ່ລະບາດເປັນວົງກວ້າງ,ແລະ ເພື່ອເຮັດໃຫ້ບັນດາພະນັກງານ – ນັກຮົບພາຍໃນກົມກອງມີຄວາມປອດໄພຈາກເຊື້ອພະຍາດດັ່ງກ່າວ
ການເຄື່ອນໄຫວຄັ້ງນີ້ ແມ່ນໄດ້ສີດຢາຂ້າເຊື້ອຕາມຂອບເຂດກົມກອງເປັນຕົ້ນ, ເຮືອນນອນ, ຫ້ອງການ, ສະໂມສອນ, ຫ້ອງນ້ຳ ແລະ ສະຖານທີ່ອື່ນໆ ເພື່ອຮັບປະກັນໃຫ້ບໍລິເວນດັ່ງກ່າວມີຄວາມສະອາດປອດໄພ, ຫ່າງໄກຈາກເຊື້ອພະຍາດໂຄວິດ – 19, ເພື່ອເຮັດໃຫ້ສຸຂະພາບບັນດານາຍ ແລະ ພົນທະຫານມີຄວາມແຂງແຮງ, ປັດສະຈາກໂລກໄພໄຂ້ເຈັບຕ່າງໆ, ພ້ອມກັນເຄື່ອນໄຫວເຮັດສຳເລັດໜ້າທີ່ວຽກງານທີ່ຂັ້ນເທິງມອບໝາຍໃຫ້.

ຂ່າວຈາກ: ວິທະຍຸກະຈາຍສຽງ ແຂວງ ສະຫວນນະເຂດ