ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຣຊັນ 23-26 ກັນຍາ ຈະມີຝົນຕົກໜັກ

574

ວັນທີ 23 ກັນຍາ 2021 ນີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນພາຍຸດີເປລຊັນ ເລກທີ 1070/ກອຕທ, ສະບັບທີ 2 ວ່າ: ຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ ໄດ້ມີກໍາ ລັງແຮງເພີ່ມຂຶ້ນກາຍເປັນພາຍຸດີເປລຊັນ ເຊິ່ງເວລາ 4:00 ໂມງເຊົ້າ ຂອງ ວັນທີ 23 ກັນຍາ 2021 ມີຈຸດສູນກາງເສັ້ນຂະໜານທີ 13.3 ອົງສາເໜືອ ແລະ ເສັ້ນແວງທີ 112.2 ອົງສາຕາເວັນອອກ ກໍາລັງ ເຄື່ອນທີ່ໃນທິດຕາ ເວັນຕົກສ່ຽງເໜືອ ແລະ ມີຄວາມໄວລົມສູງສຸດຢູ່ໃກ້ຈຸດສູນກາງ 45 ກິໂລແມັດຕໍ່ຊົ່ວໂມງ.

ຄາດຄະເນວ່າ ພາຍຸດີເປລຊັນຫົວນີ້ ຈະເຄື່ອນທີ່ຂຶ້ນ ຝັ່ງເຂດ ເມືອງດານັງ ຂອງ ປະເທດ ສສ ຫວຽດນາມ ໃນຕອນເຊົ້າຂອງວັນ ທີ 24 ກັນຍາ 2021 ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານ ແຂວງສາລະວັນ ແລະ ສະຫວັນນະເຂດ ໃນວັນດຽວກັນ. ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບປານ ກາງ ຫາ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກໃຕ້, ພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ດັ່ງລາຍລະອຽດລຸ່ມນີ້:


ໄລຍະວັນທີ 23 ຫາ 25 ກັນຍາ 2021: ຈະມີຝົນຕົກໜັກ ຫາ ໜັກຫລາຍ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນເຂດພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫລັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຍຶ່ງ ຢູ່ບາງທ້ອງຖິ່ນ.


ໄລຍະວັນທີ 24 ຫາ 26 ກັນຍາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາ ເວັນຕົກ ເຊັ່ນ: ແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ຊຶ່ງຈະເຮັດໃຫ້ເກີດມີນໍ້າຖ້ວມກະທັນຫັນ, ນໍ້າຖ້ວມຊຸ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.


ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ. ໂດຍສະເພາະຜູ້ທີ່ ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆ ຈົ່ງມີສະຕິລະມັດລະວັງ ຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ຈະເກີດ ຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດ ລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.