ສິດ ແລະ ໜ້າທີ່ຂອງ ສະຫະພັນກີລາ-ກາຍຍະກໍາ ໃນກົດໝາຍ ກີລາ-ກາຍຍະກໍາ

531

ມື້ນີ້ທີມງານໜັງສືພິມເສດຖະກິດ-ການຄ້າ ໄດ້ນໍາເອົາກົດໝາຍວ່າດ້ວຍກີລາ-ກາຍຍະກໍາ ສະບັບປັບປຸງ ໂດຍມີເຖິງ 112 ມາດຕາ ທີ່ຫາກໍນໍາເອົາມາປະກາດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນນີ້ ເຊິ່ງມື້ນີ້ຈະມາແນະນໍາມາດຕາທີ່ໜ້າສົນໃຈຄື ສະຫະພັນກີລາ-ກາຍຍະກໍາ ມີດັ່ງນີ້:
#ຫມວດທີ 3 ສະຫະພັນກີລາ-ກາຍຍະກໍາ
+ມາດຕາ 75 (ປັບປຸງ) ສະຫະພັນກີລາ-ກາຍຍະກໍາ
– ສະຫະພັນກີລາ-ກາຍຍະກໍາ ແມ່ນ ອົງການຈັດຕັ້ງສັງຄົມ ກ່ຽວກັບກີລາ-ກາຍຍະກໍາປະເພດ ໃດຫນຶ່ງ, ມີພາລະບົດບາດເຄື່ອນໄຫວ ແລະ ພັດທະນາວຽກງານກີລາ-ກາຍຍະກໍາປະເພດດັ່ງກ່າວ ໃຫ້ກ້າວຫນ້າຂຶ້ນ ເລື້ອຍໆ.

ສະຫະພັນກີລາ-ກາຍຍະກໍາ ປະກອບດ້ວຍ:
1. ສະຫະພັນກີລາແຫ່ງຊາດ;
2. ສະຫະພັນກີລາຂັ້ນແຂວງ.
ສໍາລັບ ເມືອງ, ເທດສະບານ, ນະຄອນ ທີ່ມີຄວາມພ້ອມ ແລະ ມີເງື່ອນໄຂຄົບຖ້ວນ ກໍສາມາດສ້າງຕັ້ງສະຫະພັນກີລາຂອງຕົນ.
ການຈັດຕັ້ງ ແລະ ເຄື່ອນໄຫວຂອງສະຫະພັນກີລາ-ກາຍຍະກໍາ ໄດ້ກໍານົດໄວ້ໃນລະບຽບ ການຕ່າງຫາກ.

+ມາດຕາ 76 (ປັບປຸງ) ສິດ ແລະ ຫນ້າທີ່ ຂອງສະຫະພັນກີລາແຫ່ງຊາດ
-ສະຫະພັນກີລາແຫ່ງຊາດ ມີ ສິດ ແລະ ຫນ້າທີ່ ດັ່ງນີ້:
1. ເປັນຕົວແທນຂອງຊາດ ເພື່ອເຄື່ອນໄຫວວຽກງານກີລາ-ກາຍຍະກໍາ ພາກພື້ນ, ພາກພື້ນ ແລະ ສາກົນ.
2. ພັດທະນານັກກີລາ, ບຸກຄະລາກອນກີລາ, ໂຄງລ່າງພື້ນຖານ, ສະຫນອງພາຫະນະ ແລະ ວັດຖຸປະກອນປະເພດກີລາທີ່ກ່ຽວຂ້ອງ.
3. ເຂົ້າຮ່ວມການແຂ່ງຂັນກີລາ-ກາຍຍະກໍາໃນລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາກົນ

4. ຈັດການແຂ່ງຂັນກີລາ-ກາຍຍະກໍາໃນລະດັບຊາດ, ອະນຸພາກພື້ນ, ພາກພື້ນ ແລະ ສາ ກົນ ຢູ່ ສປປ ລາວ
5. ປະສານສົມທົບກັບ ກະຊວງສຶກສາທິການ ແລະ ກີລາ ເພື່ອພັດທະນາກີລາ-ກາຍຍະກໍາ ປະເພດຕ່າງໆ ໃຫ້ໄດ້ຕາມມາດຕະຖານສາກົນເທື່ອລະກ້າວ
6. ສົມທົບກັບ ກະຊວງສຶກສາທິການ ແລະ ກີລາ ກຽມເຂົ້າຮ່ວມງານແຂ່ງຂັນກີລາ-ກາຍ ຍະກໍາ ໃນລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ ຫຼື ການເປັນເຈົ້າພາບງານກີລາ-ກາຍຍະກໍາ ລະດັບຕ່າງໆ
7. ຮ່ວມມື, ຮັບການຊ່ວຍເຫຼືອຈາກສັງຄົມ, ສະຫະພັນກີລາ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ເພື່ອພັດທະນາກີລາ-ກາຍຍະກໍາຂອງຊາດ

8. ສະຫນັບສະຫນູນ ແລະ ຊ່ວຍເຫຼືອ ສະຫະພັນກີລາ-ກາຍຍະກໍາຂັ້ນແຂວງ
9. ຖືກຄັດເລືອກເຂົ້າໃນຄະນະບໍລິຫານງານຂອງສະຫະພັນກີລາ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ
10. ສະເຫນີປະຕິບັດນະໂຍບາຍ ແລະ ລົງວິໄນ ຕໍ່ນັກກີລາ, ບຸກຄະລາກອນກີລາ-ກາຍຍະກໍາ
11. ຮຽກໂຮມປະຊມ ແລະ ເຂົ້າຮ່ວມກອງປະຊຸມວຽກງານກີລາ-ກາຍຍະກໍາ

12. ພົວພັນ, ຮ່ວມມືກັບສະຫະພັນກີລາ ອະນຸພາກພື້ນ, ພາກພື້ນ ແລະ ສາກົນ ເພື່ອພັດທະນາກີລາ-ກາຍຍະກໍາຂອງຊາດ
13. ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານກີລາ-ກາຍຍະກໍາ ຕໍ່ຂັ້ນເທິງຂອງຕົນ ຢ່າງເປັນປົກກະຕິ
14. ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ.