ແພດແນະນຳ ວິທີກຳຈັດ “ເຊື້ອຣາ” ໃນຜ້າອັດປາກ-ເສື້ອຜ້າ ໃນຍາມຝົນ

729

ບັນຫາທີ່ພົບປະຈຳໃນຊ່ວງຍາມຝົນຄື ຕາກເຄື່ອງບໍ່ແຫ້ງດີ ຫຼື ໃສ່ເສື້ອຜ້າທີ່ປຽກເປັນເວລາດົນ ລວມເຖິງການໃສ່ໜ້າກາກຜ້າທີ່ປຽກຈົນເປັນແຫຼ່ງສະສົມຂອງເຊື້ອຣາ ແລະກິ່ນອັບຊື້ນໄດ້

ແພດແນະນຳວ່າ ຫາກເສື້ອຜ້າ ຫຼື ໜ້າກາກຜ້າປຽກຂຶ້ນຄວນຊັກທຳຄວາມສະອາດທັນທີ ຫຼື ຫາກຍັງບໍ່ສະດວກ ໃຫ້ນຳຜ້າທີ່ປຽກໄປພືງໃຫ້ແຫ້ງກ່ອນ ໃນກໍລະນີຜ້າຂຶ້ນຣາ ແລະ ສາມາດປ່ຽນທົດແທນໄດ້ ຄວນຖິ້ມ ແລະ ປ່ຽນຜືນໃໝ່

ວິທີທຳຄວາມສະອາດເຊື້ອຣາ ແລະ ກິ່ນອັບຊື້ນເທິງເສື້ອຜ້າ

1 ແຊ່ຜ້າດ້ວຍນຳຢາຂ້າເຊື້ອ ເຊັ່ນ: ນ້ຳຢາຊັກເຄື່ອງທີ່ມີສ່ວນປະສົມຂອງເປີອອກໄຊຟີນອະລິກ ຫຼື ໄຮເປີຄໍໄຣ ໃນອັດຕາສ່ວນຕາມທີ່ຂ້າງຜະລິດຕະພັນທີ່ລະບຸໄວ້ ແຊ່ຜ້າໄວ້ດົນປະມານ 5-15 ນາທີ ຫຼື ໃຊ້ນ້ຳສົ້ມສາຍຊູ ໃນອັດຕາສ່ວນ 480-720 ມິນລິລິດຕໍ່ນ້ຳ 1-2 ລິດ ແຊ່ຜ້າໄວ້ຢ່າງໜ້ອຍ 1 ຊົ່ວໂມງ ແລະ ນຳໄປຊັກຕາມປົກກະຕິ

2 ຊັກຜ້າໃຫ້ສະອາດຕາມປົກກະຕິແລ້ວນຳໄປຕົ້ມໃນນ້ຳທີ່ຟົດດົນປະມານ 15 ນາທີ ເຖິງ 1 ຊົ່ວໂມງ

ທັງນີ້ຄວນສັງເກດປ້າຍສັນຍາລັກການເບິ່ງແຍງຮັກສາຜ້າປະກອບການທຳຄວາມສະອາດພ້ອມ

ຄຳແນະນຳຜູ້ໃຊ້ໜ້າກາກຜ້າ

1 ປ່ຽນໜ້າກາກຜ້າທຸກມື້ ຫຼື ປ່ຽນເມື່ອຮູ້ສຶກປຽກຊື້ນໃນລະຫວ່າງວັນ

2 ໃຊ້ສະບູ ຫຼື ນ້ຳຢາຊັກເຄື່ອງ ແລ້ວນຳໄປຕາກແດດ ຫຼື ໃຊ້ເຄື່ອງອົບໃຫ້ແຫ້ງກ່ອນນຳກັບມາໃຊ້ອີກຄັ້ງ ທັງນີ້ ຂຶ້ນຢູ່ກັບປະເພດຂອງເສື້ອຜ້າທີ່ໃຊ້ເຮັດໜ້າກາກ

3 ຄວນເອົາໜ້າກາກອະນາໄມ ຫຼື ໜ້າກາກຜ້າສຳຮອງຕິດໂຕໄວ້ສະເໝີ ເພື່ອໃຫ້ສາມາດປ່ຽນໄດ້ທັນທີ

ຄຳແນະນຳຈາກແພດ

ວິທີປ້ອງກັນການເກີດເຊື້ອຣາ ແລະ ກິ່ນອັບຊື້ນໃນເສື້ອຜ້າ ຫຼື ໜ້າກາກຜ້າຄື ເມື່ອກັບຮອດບ້ານແລ້ວຄວນແຍກເສື້ອຜ້າທີ່ຊື້ນ ຫຼື ປຽກ ແຂວນພືງໃຫ້ແຫ້ງກ່ອນນຳໄປໃສ່ກະຕ່າຊັກແຕ່ບໍ່ຄວນແຂວນຖິ້ມໄວ້ດົນເພາະອາດເກີດເຊື້ອຣາເທິງເສື້ອຜ້າໄດ້ ຫາກນຳມາໃສ່ອາດສ່ຽງຕໍ່ການເກີດພະຍາດຜິວໜັງຈາກເຊື້ອຣາເຊັ່ນ: ພະຍາດກາກ, ເກື້ອນ ເປັນຕົ້ນ