ໂຊລຊາ ຜິດຫວັງ ແມນເຊັສເຕີ ຢູໄນເຕັດ ຕົກຮອບ ຄາຣາບາວ ຄັບ ພຽງຮອບ 3

411
Manchester United's Anthony Martial, left, misses a chance during the English League Cup soccer match between Manchester United and West Ham at Old Trafford in Manchester, England, Wednesday, Sept. 22, 2021. (AP Photo/Dave Thompson)

ໂອເລ ກຸນນາ ໂຊລຊາ ຜູ້ຈັດການທີມຂອງ ແມນເຊັສເຕີ ຢູໄນເຕັດ ກ່າວຜິດຫວັງ ຫຼັງຈາກທີ່ເປີດບ້ານເສຍໃຫ້ກັບ ເວສແຮມ ຢູໄນເຕັດ 0-1 ໃນການແຂ່ງຂັນບານເຕະ ຄາຣາບາວ ຄັບ ຮອບ 3 ເມື່ອວັນທີ 22 ກັນຍາ 2021 ກ່ອນຕົກຮອບໄປ.

ໂຊລຊາ ກ່າວວ່າ: ທຸກນັດມີຄວາມສໍາຄັນ ແຕ່ການຈັດນັກເຕະ ແລະ ທຸກຄົນຈະເຂົ້າໃຈວ່າ ລາຍການນີ້ຈະເປັນໂອກາດສໍາລັບນັກເຕະທີ່ບໍ່ຄ່ອຍໄດ້ລົງສະໜາມ ໄດ້ລົງໄປສໍາຜັດກັບຄວາມຄຸ້ນເຄີຍກັບການແຂ່ງຂັນ ເພາະລະດູການນີ້ຍັງອີກຍາວນານ, ສ່ວນຕົວກໍຢາກໄດ້ແຊັມ ຄາຣາບາວ ຄັບ ແລະ ຕັ້ງໃຈຈະເກັບໄຊຊະນະໃຫ້ໄດ້ ແຕ່ກໍຕ້ອງເລືອກຈັດນັກເຕະທີ່ເໝາະສົມ ແລະ ເປັນປະໂຫຍດກັບທີມ ເຖິງວ່າຕ້ອງຕົກຮອບຈະບໍ່ແມ່ນເລື່ອງທີ່ໜ້າຍິນດີ, ແຕ່ກໍຕ້ອງເດີນໜ້າຕໍ່ໄປໃນການກຽມທີມພົບກັບ ແອັສຕັນ ວິລລາ ໃນການແຂ່ງຂັນພຣີເມຍລີກ ອັງກິດ ໃນວັນທີ 25 ກັນຍານີ້.

ສໍາລັບ ນັດນີ້ສິ່ງທີ່ຈັບຕາຫຼາຍທີ່ສຸດເປັນ ອອງໂຕນີ ມາຊິຢາລ ກອງໜ້າທີ່ຖືກວິຈານຢ່າງໜັກ ຫຼັງບໍ່ສາມາດຍິງປະຕູບໍ່ໄດ້ເຖິງ 14 ນັດຊ້ອນແລ້ວ ຈົນຫຼ້າສຸດມີຂ່າວວ່າ ແມນເຊັສເຕີ ຢູໄນເຕັດ ອະນຸຍາດໃຫ້ຍ້າຍທີມໄດ້ແລ້ວ ເຊິ່ງກໍມີ ສະເປີ, ບາເຊໂລນາ ແລະ ຫຼາຍທີມພໍສົມຄວນໃຫ້ຄວາມສົນໃຈ.