ວິທະຍາຄານ ກົມມະດຳ ເພີ່ມທະວີມາດຕະການປ້ອງກັນສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19

294

ແຂວງວຽງຈັນເປັນແຂວງທີ່ຕິດກັບນະຄອນຫຼວງວຽງຈັນ, ເປັນແຂວງທາງຜ່ານລະຫວ່າງບັນດາແຂວງພາກເໝືອກັບນະຄອນຫວງວຽງຈັນ, ປັດຈຸບັນນີ້ສະພາບການແຜ່ລະບາດຂອງໂຄວິດ-19 ແມ່ນຮ້າຍແຮງຍັງສືບຕໍ່ແຜ່ລະບາດຢູ່ເມືອງໂພນໂຮງ, ໂດຍສະເພາະວັນທີ 22 ກັນຍາ 2021 ເມືອງໂພນໂຮງມີຜູ້ຕິດເຊື້ອເພີ່ມຂື້ນຈຳນວນ 44 ຄົນໃນຊຸມຊົນ.

ດັ່ງນັ້ນທ່ານເຈົ້າແຂວງວຽງຈັນຈຶ່ງໄດ້ອອກຄຳສັ່ງແຈ້ງການສະບັບເລກທີ 007/ຈຂ.ວຈ ເພີ່ມທະວີປ້ອງກັນຄວບຄຸມຢ່າງຫັດກຸມ. ໃນນີ້ເວົ້າສະເພາະຢູ່ ວິທະຍາຄານ ກົມມະດຳ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ບັນດາແຈ້ງການຕ່າງໆ ຂອງຄະນະສະເພາະກິດຂັ້ນສູນກາງ, ກໍຄືຂັ້ນກະຊວງປ້ອງກັນປະເທດ.


ສະຫາຍ ພັນເອກ ຄໍາແອວ ໜໍາທະພັນ ຫົວໜ້າຫ້ອງພະລາທິການ ວິທະຍາຄານ ກົມມະດຳ ທັງເປັນຫົວໜ່ວຍສະເພາະກິດຕ້ານການລະບາດຂອງເຊື້ອພະຍາດໂຄວິດ-19 ໄດ້ລາຍງານໃຫ້ຮູ້ວ່າ ເລີ່ມແຕ່ວັນທີ 23 ກັນຍາ 2021 ພາຍຫຼັງທີີ່ໄດ້ຮັບຄຳສັ່ງ ແຈ້ງການ ແລະ ຂໍ້ຕົກລົງຕ່າງໆຈາກພາກສ່ວນກ່ຽວຂ້ອງຂອງຄະນະສະເພາະກິດກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະອຳນວຍການວິທະຍາຄານພວກເຮົາໄດ້ຕົກລົງສົບທົບເປັນເອກະພາບກັບບັນດາຄະນະກອງພັນນັກຮຽນ ແລະ ອຳນາດການປົກຄອງບ້ານອ້ອມຂ້າງ ເພື່ອແຕ່ງຕັ້ງອະນຸກຳມະການຮັບຜິດຊອບແຕ່ລະໜ້າວຽກອັນລະອຽດໂດຍການປະສານສົມທົບກັບແຕ່ລະພາກສ່ວນທີ່ກ່ຽວຂ້ອງ ແລະ ພ້ອມກັນຈັດຕັ້ງປະຕິບັດເວົ້າສະເພາະ ຫ້ອງພະລາທິການ ພະແນກເສນາຮັກຈະໄດ້ສົມທົບກັບບັນດາກອງພັນ-ຫ້ອງການ ແລະ ອຳນາດການປົກຄອງບ້ານເພື່ອຈະປິດການສັນຈອນເສັ້ນທາງເຂົ້າ-ອອກບ້ານແຕ່ລະບ້ານທີ່ຢູ່ເຂດອ້ອມຂ້າງວິທະຍາຄານໂດຍສະເພາະເສັ້ນທາງເຂົ້າບ້ານໜອງປຸ່ງຫາເສັ້ນທາງເຂົ້າຄ້າຍ ວິທະຍາຄານ ກົມມະດຳ ຢ່າງເປັນທາງການ ເລີ່ມແຕ່ວັນທີ 23-30 ກັນຍາ 2021ເປັນຕົ້ນໄປ.

ການເຂົ້າ-ອອກຄ້າຍຂອງພະນັກງານ-ນັກຮົບທີ່ເຂົ້າມາປະຈຳການເຮັດວຽກແຕ່ລະວັນຈະມີໜ່ວຍງານສະເພາະກິດແພດຄັດກອງກວດກາ ວັດແທກອຸນຫະພູມແຕ່ລະສະຫາຍຕ້ອງຖືບັດສັກວັກຊີນ ແລະ ບັດເຂົ້າ-ອອກຄ້າຍເພື່ອສະດວກໃຫ້ໜ່ວຍສະເພາະກິດແພດໝໍ ແລະ ເຈົ້າໜ້າທີ່ປ້ອງກັນທີ່ຕັ້ງໃນເວລາກວດກາຂອງທຸກຄົນ.

ແຕ່ລະກົມກອງ,ຫ້ອງການ,ຄະນະວິຊາຄູ ໃຫ້ຄະນະບັນຊາກົມກອງຂອງຕົນໃນແຕ່ລະວັນທີ່ມາເຮັດວຽກປະຈຳການ,ແພດໝໍປະຈຳກົມກອງຕ້ອງວັດແທກອຸນຫະພູມທຸກຄັ້ງ,ແລ້ວລາຍງານສະພາບໃຫ້ພະແນກເສນາຮັກເປັນປົກກະຕິ ພ້ອມທັງຈັດຕັ້ງໜ່ວຍສະເພາະກິດໃນແຕ່ລະວັນເຄື່ອນທີ່ກວດຄັດກອງ.


ຫຼີກລ່ຽງການເດີນທາງໄປເຂດທີ່ມີຄວາມສ່ຽງຕໍ່ການລະບາດ ແລະເຂດຊຸມຊົນແອອັດທັ້ງນີ້ກໍເພື່ອແນ່ໃສ່ຮັບປະກັນໄດ້ຄວາມປອດໄພຂອງພະນັກງານ-ນັກຮົບ,ນັກຮຽນ-ນັກສືກສາທຸກສະຫາຍຢູ່ວິທະຍາຄານແຫ່ງນີ້ຈົ່ງເອົາໃຈໃສ່ໃນການປ້ອງກັນຕົນເອງ,ປ້ອງກັນກົມກອງ ແລະ ຕື່ນຕົວເປັນເຈົ້າການຮັກສາສຸຂະພາບຄວາມປອດໄພໃຫ້ແກ່ຕົນເອງ.

ຂ່າວ: ວັນນະເລດ ລໍວັນໄຊ, ພາບ: ລຸນທອງ ສີບຸນເຮືອງ.