ປາກຽວ ປະກາດອໍາລາອາຊີບມວຍທາງການ ເພື່ອຄອບຄົວ ແລະ ລົງຊີງປະທານາທິບໍດີໃນປີໜ້າ

844

ຫຼັງຈາກ ແມນນີ ປາາກຽວ ເສຍຄະແນນໃຫ້ກັບ ຢໍເດນິສ ອູກາສ ນັກມວຍຊາວກຸຍບາ ໃນການຊົກມວຍ ເມື່ອເດືອນສິງຫາ 2021 ແລະກໍປິດປາກງຽບວ່າຈະສູ້ຕໍ່ ຫຼື ຢຸດຊົກມວຍ ຈົນມາເຖິງກ່ອນແລະ ຖັດມາ ແມນນີ ປາກຽວ ນັກມວຍຊາວຟິລິບປິນ ປະກາດລົງສະໝັກຕໍາແໜ່ງປະທານາທິບໍດີຂອງປະເທດຟິລິບປິນ ຢ່າງເປັນທາງການ ທີ່ຈະມີການເລືອກຕັ້ງໃນປີ 2022 ຕາມການລາຍງານຂອງສໍານັກຂ່າວ AP ໃນວັນທີ 19 ກັນຍາ 2021.

ຫຼ້າສຸດ ປາກຽວ ເປີດເຜີຍໃນປະເທດຟິລິບປິນວ່າ: “ ຊີວິດການເປັນນັກມວຍມັນຈົບແລ້ວ, ຂ້ອຍຊົກມວຍມາດົນຫຼາຍ ແລະ ຄອບຄົວກໍບອກໃຫ້ພໍໄດ້ແລ້ວ ທີ່ຜ່ານມາຂ້ອຍຂຶ້ນຊົກ ເພາະຄວາມຮັກມັກ ແລະ ຄວາມຫຼົງໄຫຼທີ່ມີຕໍ່ກີລາມວຍ, ແຕ່ຂ້ອຍກໍຍັງໃຫ້ການສະໜັບສະໜູນນັກມວຍຄົນອື່ນໆ ເພື່ອໃຫ້ພວກເຂົາໄດ້ເປັນແຊ້ມ ”.

ສໍາລັບ ປາກຽວ ຊົກມວຍອາຊີບຕະຫຼອດ 26 ປີທີ່ຜ່ານມາຂຶ້ນຊົກທັງໝົດ 72 ໄຟທ໌, ຊະນະ 62 ໄຟທ໌, ສະເໝີ 2 ແລະ ເສຍ 8 ໄຟທ໌ ສາມາດຄວ້າສາຍແອວແຊ້ມໂລກໄດ້ເຖິງ 8 ເສັ້ນ ແນ່ນອນຖືກຍົກຍ້ອງໃຫ້ເປັນນັກມວຍທີ່ດີທີ່ສຸດຕະຫຼອດການ.