ເຈົ້າແຂວງສະຫັວນນະເຂດ ພ້ອມຄະນະລົງເຄື່ອນໄຫວຊີ້ນຳວຽກງານດ້ານຕ່າງໆທີ່ເມືອງວິລະບູລີ

283

ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະໄດ້ລົງເຄື່ອນໄກວຊີ້ນຳວຽກງານດ້ານຕ່າງໆທີ່ເມືອງວິລະບູລີ ໃນວັນທີ 21 ກັນຍາ 2021.

ກ່ອນອື່ນທ່ານເຈົ້າແຂວງພ້ອມຄະນະກໍ່ໄດ້ລົງເບິ່ງສະຖານທີ່ຕົວຈິງທີ່ຈະໃຊ້ເປັນໂຮງໝໍພາກສະໜາມ ແລະໃຊ້ເປັນສູນກັກກັນສຳລັບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ19 ທີ່ທາງບໍລິສັດລ້ານຊ້າງມິເນໂຣນສ໌ລີມີເຕັດຈະໃຊ້ເປັນສູນກັກກັນສຳລັບພະນັກງານຂອງບໍລິສັດຕົນ. ຈາກນັ້ນ, ທ່ານເຈົ້າແຂວງພ້ອມຄະນະກໍໄດ້ເຂົ້າຮ່ວມກອງປະຊຸມເພື່ອຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງວິລະບູລີ, ພ້ອມນັ້ນກໍ່ຍັງໄດ້ຮັບຟັງການລາຍງານກ່ຽວກັບການແກ້ໄຂບັນຫາເຂດແດນລະຫວ່າງບ້ານໜອງກະປາດ ເມືອງບົວລະພາ ແຂວງຄຳມ່ວນ ແລະບ້ານຜາພິລາງ ເມືອງວິລະບູລີ ແຂວງສະຫວັນນະເຂດ.


ໃນໂອກາດນີ້, ທ່ານ ຄຳຜຸຍ ສີບຸນເຮືອງ ເຈົ້າເມືອງວິລະບູລີໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງເມືອງວິລະບູລີ, ມາຮອດປັດຈຸບັນ ແມ່ນປະຕິບັດໄດ້ 40,62% ໃນຈໍານວນທັງໝົດ 96 ໂຄງການ. ສະເພາະຕົ້ນປີ 2021 ໄດ້ຮັບທຶນພັດທະນາທັງໝົດ 11.700 ລ້ານກີບ, ໃນນີ້ ທຶນລັດ 50% ແລະທຶນບໍ່ຄໍາ 50%, ສາມາດຈັດຕັ້ງປະຕິບັດໄດ້ 28 ໂຄງການ, ກວມເອົາ 19,79% ຂອງແຜນປີ, ມີມູນຄ່າລົງທຶນທັງໝົດ 52.149 ລ້ານກີບ ກວມເອົາ 4,4% ຂອງທຶນ. ສ່ວນດ້ານການປ້ອງກັນ, ຄວບຄຸມ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ພາຍໃນເມືອງວິລະບູລີ, ອໍານາດການປົກຄອງເມືອງວິລະບູລີ ໄດ້ເອົາໃຈໃສ່ເຂົ້າໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ ແລະແຈ້ງການຕ່າງໆ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະແກ້ໄຂການແຜ່ລະບາດ ຂອງພະຍາດ Covid-19 ຂອງສູນກາງ, ຂອງແຂວງ ວາງອອກຢ່າງເຂັ້ມງວດ.

ໃນໂອກາດນີ້ ທ່ານເຈົ້າແຂວງພ້ອມຄະນະກໍ່ໄດ້ລົງເບິ່ງ ສູນກັກກັນຂອງເມືອງເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ເຊິ່ງເມືອງວິລະບູລີໄດ້ເອົາໂຮງຮຽນ ມສ ພູຄຳ ເປັນສູກກັກກັນຂອງເມືອງ. ຕໍ່ມາ, ທ່ານເຈົ້າແຂວງ ພ້ອມດ້ວຍຄະນະນຳຂອງແຂວງກໍ່ໄດ້ລົງເບິ່ງພື້ນທີ່ຕົວຈິງໃນຂອບເຂດບ້ານຜາພິລາງ ທີ່ມີຊາຍແດນຕິດຈອດກັບບ້ານໜອງກະປາດ ເມືອງບົວລະພາ ແລະລົງບ້ານໂພນຄຳທີ່ມີຊາຍແດນຕິດຕິດຈອດກັບບ້ານນາໂມ້ ເມືອງໄຊບົວທອງ ແຂວງຄຳມ່ວນ ໂດຍໃນໂອກາດນີ້ ທ່ານເຈົ້າແຂວງກໍ່ໄດ້ໂອ້ລົມກັບອຳນາດການປົກຄອງບ້ານທັງສອງບ້ານນີ້