ໜ້າສົນໃຈ ລົດໄຟຟ້າ Cadillac Lyriq ເປີດຈອງເຕັມພາຍໃນເວລາພຽງ 19 ນາທີ

1622

General Motors ເປີດໃຫ້ຈອງລົດຍົນໄຟຟ້າ Cadillac Lyriq ລຸ້ນ Debut Edition ແລະ ເຫັນວ່າໄດ້ຮັບຄວາມສົນໃຈພໍສົມຄວນຈາກລູກຄ້າ ມີຜູ້ເຂົ້າມາຈັບພຈອງເຕັມພາຍໃນເວລາພຽງ 19 ນາທີ ທຳອິດ ຂະນະທີ່ແຜນກຽມຈັດສົ່ງແມ່ນຢູ່ໃນໄຕມາດທີສອງຂອງປີ 2022.

Cadillac Lyriq ລຸ້ນ Debut Edition ມາພ້ອມ Android Automotive ມີ Google Assistant ແລະ Play store ເທິງໜ້າຈໍສຳຜັດແນວນອນຂະໜາດ 33 ນິ້ວ ໃຊ້ແບັດເຕີລີ່ 100,4 kWh ເຊິ່ງລະບຸວ່າ ສາມາດໃຊ້ງານໄດ້ໃນໄລຍະປະມານ 480 ກິໂລແມັດ( ຍັງບໍ່ມີໄລຍະເປັນທາງການຈາກໜ່ວຍງານສິ່ງແວດລ້ອມ EPA ຂອງສະຫາລັດອາເມລິກາ).

ຢ່າງໃດກໍ່ຕາມ ຄ່າທຳນຽມຂອງການຈອງ Cadillac Lyriq ຢູ່ທີ່ 100 ໂດລາສະຫາລັດ ແລະ ຜູ້ທີ່ຈອງສາມາດຂໍເງິນຄືນໄດ້ຫາກຍົກເລີກການຈອງ ລວມເຖິງ Cadillac ບໍ່ເປີດເຜີຍວ່າຈໍານວນລົດ Lyriq ລຸ້ນ Debut Edition ທີ່ເປີດໃຫ້ຈອງມີຈໍານວນເທົ່າໃດ ແຕ່ເວັບໄຊ Electrek ອ້າງອີງຂໍ້ມູນຈາກ ດິລເລີບໍ່ເປີດເຜີຍທີ່ມາລາຍໜຶ່ງວ່າລົດທີ່ເປີດຈອງມີຈຳນວນ 1.500 ຄັນ.

ທຽບກັບລົດຍົນໄຟຟ້າລຸ້ນອື່ນເຊັ່ນ Ford F-150 ແລະ Tesla Cybertruck ທີ່ມີນະໂຍບາຍຈອງດ້ວຍເງິນ 100 ໂດລາສະຫາລັດ ເຊັ່ນກັນ ທັງສອງລຸ້ນມີຍອດຈອງເກີນ 40.000 ຄັນ ພາຍໃນສອງວັນ ເຊິ່ງວ່າຫາກ Cadillac Lyriq ລຸ້ນ Debut Edition ມີຈໍານວນເປີດຈອງແຕ່ 1.500 ຄັນແທ້ ຍອດທີ່ຖືກຈອງເຕັມໃນ 19 ນາທີ ກໍ່ບໍ່ແມ່ນເລື່ອງທີ່ແປກ ຫຼື ໃໝ່ ຈາກຄວາມຕ້ອງການຂອງລົດຍົນໄຟຟ້າທີ່ຂ້ອນຂ້າງຈະເປັນທີ່ນິຍົມ ແລະ ມີຄວາມຕ້ອງການຂອງສັງຄົມໃນປັດຈຸບັນນີ້.
ຂໍ້ມູນ: Blognone