ໄບເດັນ ຢືນຢັນ ບໍ່ໄດ້ສະແຫວງຫາສົງຄາມເຢັນຄັ້ງໃໝ່ກັບຈີນ

312

​ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 22 ກັນ​ຍາ 2021 ວ່າ ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໃສ​ໃນ​ກອງ​ປະ​ຊຸມ​ສະ​ມັດ​ຊາໃຫຍ່​ ສະ​ຫະ​ປະ​ຊາ​ຊາດ (UNGA) ຄັ້ງ​ທີ 76 ໂດຍ​ຢືນ​ຢັນ​ວ່າ ສະ​ຫະ​ລັດ​ບໍ່​ໄດ້​ສະ​ແຫວງ​ຫາ​ສົງ​ຄາມ​ເຢັນ​ຄັ້ງ​ໃໝ່​ກັບ ສ​ປ ຈີນ ແລະ ເນັ້ນ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ທຸກ​ຝ່າຍ​ຕ້ອງ​ເຮັດ​ວຽກ​ຮ່ວມ​ກັນ ເນື່ອງ​ຈາກ​ມີຫຼາຍ​ບັນ​ຫາ​ຕ້ອງ​ຮ່ວມ​ກັນ​ແກ້​ໄຂ ນັບ​ແຕ່​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຕະຫຼອດ​ຮອດ​ການ​ແກ້​ໄຂ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ຫາ​ສິດ​ທິ​ມະ​ນຸດ.

ນອກ​ຈາກ​ນີ້ ປະ​ທາ​ນາ​ທິ​ບໍ​ດີໂຈ ໄບເດນ​ ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ເປັນ​ເອ​ກະ​ພາບ ທ່າມ​ກາງ​ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຊາດ​ພັນ​ທະ​ມິດ ໂດຍ​ສະ​ເພາະ​ບັນ​ຫາ​ການ​ຖອນ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນິ​ສຖານ ຕະຫຼອດ​ຮອດ​ການ​ປະ​ເຊີນ​ໜ້າ​ທາງ​ການ​ທູດ​ກັບ​ຝ​ຣັ່ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງ ໂອ​ຄຸ​ສ (AUKUS) ທີ່​ນຳ​ໂດຍ​ສະ​ຫະ​ລັດ, ອັງ​ກິດ ແລະ ອົດ​ສະ​ຕ​ຣາ​ລີ ເຊິ່ງ​ເຮັດ​ໃຫ້​ຍົກ​ເລີກ​ສັນ​ຍາ​ຊື້​ເຮືອ​ດຳ​ນ້ຳ​ຈາກ​ຝ​ຣັ່ງ​ຕາມ​ມາ. ແນວ​ໃດ​ກໍ​ຕາມ ຜູ້​ນຳ​ສະ​ຫະ​ລັດ​ບໍ່​ໄດ້​ກ່າວ​ເຖິງ​ສຽງ​ວິ​ພາກວິ​ຈານ​ຂອງ​ຊາດ​ພັນ​ທະ​ມິດ​ຕໍ່​ກໍ​ລະ​ນີ​ການ​ຖອນ​ທະ​ຫານ​ອອກ​ຈາກ​ອັ​ຟ​ກາ​ນິ​ສ​ຖານ ລວມ​ທັງ​ຄວາມ​ເຄັ່ງ​ຕຶງ​ທາງ​ການ​ທູດ​ກັບ​ຝ​ຣັ່ງ ແຕ່​ຢ່າງ​ໃດ.

ຜູ້​ນຳ​ສະ​ຫະ​ລັດ ກ່າວ​ຢ້ຳ​ວ່າ: ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ຈະ​ສະ​ໜັບ​ສະ​ໜູນ​ທາງ​ການ​ເງິນ​ໃຫ້​ແກ່​ປະ​ເທດ​ທີ່​ທຸກ​ຍາກ​ໃນ​ການ​ກໍ​ຫັນ​ປ່ຽນ​ໄປ​ນຳ​ໃຊ້​ພະ​ລັງ​ງານ​ທີ່​ສະ​ອາດ ແລະ ຄວາມ​ພະ​ຍາ​ຍາມ​ໃນ​ການ​ຮັບ​ມື​ກັ​ບ​ການ​ປ່ຽນ​ແປງ​ສະ​ພາບ​ດິນ​ຟ້າ​ອາ​ກາດ​ໂລກ​ເພີ່ມ​ຂຶ້ນ​ເປັນ​ 2 ເທົ່າ ເປັນ​ເງິນ 11,4 ຕື້​ໂດ​ລາ​ສະ​ຫະ​ລັດ​ຕໍ່​ປີ.