ກາຕາຮຽກຮ້ອງໃຫ້ປະຊາຄົມໂລກຊ່ວຍເຫຼືອອັຟການິສຖານ-ຢ່າໂດດດ່ຽວຕາລີບັນ

164

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 22 ກັນ​ຍາ 2021 ​ວ່າ ສົມ​ເດັດ ຊິກ ທາ​ມິນ ບິນ ຮາ​ມັດ ອັ​ລ ທາ​ນີ ເຈົ້າ​ຜູ້​ຄອງ​ລັດ​ກາ​ຕາ ໄດ້​ຊົງ​ມີ​ພະ​ຣາ​ຊະ​ດຳ​ລັດ​ໃນ​ເວ​ທີ​ອະ​ພິ​ປາຍ​ທົ່ວ​ໄປ​ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາໃຫຍ່​ສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 76 ວ່າ ປະ​ຊາ​ຄົມ​ໂລກ​ຄວນ​ເດີນ​ໜ້າ​ເຈ​ລະ​ຈາ​ກັບ​ກຸ່ມ​ຕາ​ລີ​ບັນ ເນື່ອງ​ຈາກ​ການ​ໂດດ​ດ່ຽວ ຫຼື ຂວ້ຳ​ບາດ​ຈະ​ມີ​ແຕ່​ຈະ​ເຮັດ​ໃຫ້​ເກີດ​ການ​ແບ່ງ​ແຍກ ແລະ ເກີດ​ການ​ໂຕ້​ກັບ​ເທົ່າ​ນັ້ນ.

ສົມ​ເດັດ ຊິກ ທາ​ມິນ ຍັງ​ໄດ້​ກ່າວ​ເຖິງ​ການ​ທີ່​ກາ​ຕາ​ໃຫ້​ກຸ່ມ​ຕາ​ລີ​ບັນ​ເປີດ​ສຳ​ນັກ​ງານ​ທາງ​ການ​ເມືອງ ທີ່​ນະ​ຄອນຫຼວງ​ໂດ​ຮາ ແລະ ການ​ໃຫ້​ສະ​ຖາ​ນະ​ແກ່​ຜູ້​ລີ້​ໄພ​ແກ່​ແກນ​ນຳ​ກຸ່ມ​ຕາ​ລີ​ບັນຫຼາຍ​ຄົນ​ນັ້ນ ເປັນ​ເພາະ​ລັດ​ຖະ​ບານ​ກາ​ຕາ​ເຊື່ອ​ໝັ້ນ​ໃນຫຼັກ​ການເຈ​ລະ​ຈາ​ເທົ່າ​ນັ້ນ ຈະ​ຊ່ວຍ​ຜ່ອນ​ຄາຍ​ຄວາມ​ຮຸນ​ແຮງ ແລະ ຄວາມ​ຂັດ​ແຍ່ງ​ໄດ້.

ພ້ອມ​ທັງ​ຫວັງ​ວ່າ ຈະ​ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ​ນີ້ ຕ້ອງ​ປະ​ເຊີນ​ກັບ​ສະ​ຖາ​ນະ​ການ​ທີ່​ເກີດ​ຂຶ້ນ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ຕະຫຼອດ 20 ປີ​ທີ່​ຜ່ານ​ມາ​ອີກ ເນື່ອງ​ຈາກ “ການ​ທີ່​ການ​ເມືອງ​ຖືກ​ກຳ​ນົດ​ຈາກ​ພາຍ​ນອກ” ບໍ່​ວ່າ​ຜູ້​ສັ່ງ​ການ​ຈະ​ມີ​ຈຸດ​ປະ​ສົງ​ອັນ​ໃດ​ກໍ​ຕາມ ພ້ອມ​ທຸ່ມ​ງົບ​ປະ​ມານ​ມະ​ຫາ​ສານ ແຕ່​ສິ່ງ​ດັ່ງ​ກ່າວ​ນັ້ນ​​ເຮັດ​ໃຫ້​ອັ​ຟ​ກາ​ນິ​ສ​ຖານ​ຕ້ອງຫຼົ້ມ​ສະຫຼາຍ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ຊາວ​ໂລກ​ຈົ່ງ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ແລະ ຂໍ​ໃຫ້​ປ່ອຍ​ວາງ​ຈຸດ​ຢືນ​ທາງ​ການ​ເມືອງ​ທີ່​ແຕກ​ຕ່າງ​ຈາກ​ກຸ່ມ​ຕາ​ລີ​ບັນ​ໄວ້​ກ່ອນ, ອະ​ນາ​ຄົດ​ທາງ​ການ​ເມືອງ​ຂອງ​ອັ​ຟ​ກາ​ນິ​ສ​ຖານ​ຕ້ອງ​ຂຶ້ນ​ກັບ​​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ເທົ່າ​ນ​ນັ້ນ.