ແຂວງວຽງ​ຈັນໜ້າ​ຫ່ວງ​ມື້​​ນີ້​ພົບ 44 ກໍ​ລະ​ນີ ຕິດ​ເຊື້ອ​ໃນ​ຊຸມ​ຊົນ, 21 ກໍ​ລະ​ນີຕິດ​ແຕ່​ບໍ່​ສະ​ແດງອາ​ການ

389

ເບິ່ງລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ ປະຈຳວັນທີ 22 ກັນຍາ 2021 ທີ່ພົບ 210 ຄົນ ຕິດເຊື້ອໃນຊຸມຊົນ ນອກຈາກນະຄອນຫຼວງວຽງຈັນທີ່ພົບ 75 ກໍລະນີ, ອີກແຂວງໜຶ່ງທີ່ນ້າຫ່ວງຄືແຂວງວຽງຈັນ ທີ່ມື້ນີ້ພົບຜູ້ຕິດເຊື້ອໃໝ່ໃນຊຸມຊົນຕັ້ງວ່າ 44 ກໍລະນີ, 21 ກໍ​ລະ​ນີບ່​ສະ​ແດງ​ອາກນ ໂດຍມີລາຍລະອຽດດັ່ງນີ້

ແຂວງວຽງຈັນ 44 ຄົນ ຊຸມຊົນ, ມີອາການສະແດງອອກ 24 ຄົນ ແລະ ບໍ່ມີອາການສະແດງອອກ 21 ຄົນ, ທັງຫມົດມີປະຫວັດສໍາຜັດກັບ ເຈົ້າຫນ້າທີ່ ຕໍາຫລວດ (ເພດຊາ ອາຍຸ 48 ປີ) ພະແນກສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ມາງານ ເຮືອນດີຂອງຜູ້ເປັນແມ່ ໃນຊ່ວງວັນທີ 13-16 ກັນຍາ 2021 ບ້ານໂພນຫໍ່ ມີ 39 ກໍລະນີ, ມີ 04 ກໍລະນີ ຈາກບ້ານໂພນແກ້ວ ແລະ ບ້ານສ້າງໃຫ່ຍ ມີບ້ານລະ 02 ກໍລະນີ, ບ້ານນາກໍ່ ມີ 01 ກໍລະນີ

ນອກນັ້ນຢູ່ບັນດາແແຂວງຕ່າງໆກໍໜ້າຫ່ວງໃນການນະຈາຍເຊື້ອໄປວົງກວ້າງ
1 ຄໍາມ່ວນ 37 ຄົນ ນໍາເຂົ້າ 2 (ໃຫມ່) ແລະ ກໍລະນີຊຸມຊົນ 35 ຄົນ ຊື່ງມາຈາກ ທ່າແຂກ 31 ຕົວຢ່າງ, ໄຊບົວທອງ 3 ຕົວຢ່າງ, ເຊບັ້ງໄຟ 3 ຕົວຢ່າງ
2 ຈໍາປາສັກ ຊຸມຊຸນ 23 ຄົນ ຊື່ງມາຈາກ ນະຄອນປາກເຊ 21 ຄົນ (ຈາກ ຄົນເຈັບ ILI/SARI 02ຄົນ) ເມືອງບາຈຽງ 01 ຄົນ, ເມືອງ ຊະນະສົມບູນ 61 ຄົນ

3 ຫຼວງພະບາງ ຊຸມຊົນ 14 ຄົນ ມາຈາກ ເມືອງງອຍ ມີ 10 ຄົນ, ຊຶ່ງເປັນກຸ່ມສ່ຽງທີ່ໄດ້ຢູ່ບ້ານ ແລະ ມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄດ້ລາຍງານໃນວັນທີ 21 ກັນຍາ 2021.
ບ້ານຫນອງຂຽວ 08 ກໍລະນີ (ອາຊິບ: ເຮັດສວນ ມີ 03 ກໍລະນີນີ້ ພະນັກງານກະສິກໍາ ເມືອງ ແລະ ພະນັກງານຫ້ອງການຊາວຫນຸ່ມເມືອງ ມີບ່ອນລະ 01 ກໍລະນີ; ອາຊີບ: ເດັກ, ນັກຮຽນ, ກໍາມະກອນ, ຄ້າຂາຍປາ ແລະ ຫຍິບເຄື່ອງ ມີບ່ອນລະ 01 ກໍລະນີ), ບ້ານສົບຮຸນ ມີ 02 ກໍລະນີ (ອາຊີບ: ເຮັດສວນ ແລະ ກໍາມະກອນ ມີບ່ອນລະ 01ກໍລະນີ), ບ້ານໂພນໄຊ, ເມືອງນານ ມີ 04 ກໍລະນີ ໄດ້ກັກໂຕ ຢູ່ສູນເມືອງນານ ແລະ ມີປະຫວັດສໍາຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ໄດ້ລາຍງານໃນວັນທີ 12 ກັນຍາ 2001.

4 ແຂວງ ຊຽງຂວາງ 08 ຄົນ ຈາກຊຸມຊົນ ເປັນກໍລະນີສໍາຜັດຈາກຜູ້ຕິດເຊື້ອທີ່ລາຍ ງານກ່ອນຫນ້ານີ້ (ມີຄອບຄົວ ແລະ ຜູ້ທີ່ມາຮ່ວມງານສົບ ຢູ່ເມືອງຜາໄຊ) 01 ຄົນ ຈາກ ບ້ານ ຫ້ວຍຫົງ, ເມືອງຈັນທະບູລີ,
5 ສະຫວັນນະເຂດ ຈາກ ຊຸມຊົນ ມີ 4 ຄົນ ຄື 03 ຄົນ, ຈາກບ້ານ ສະຫນາມໄຊ, ນະຄອນໄກສອນ ມີ 03 ຄົນ ເປັນຄົນໃນ ຄອບຄົວດຽວກັນ.
ບ້ານທ່າແຮ່, ນະຄອນໄກສອນ ມີ 01 ຄົນ ເປັນເພດຍິງ, ອາຍຸ 22 ປີ, ນັກສຶກສາແພດ ທີ່ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ເປັນນັກສຶກສາແພດນໍາກັນ ຢູ່ຫໍພັກນໍາກັນ ທີ່ໄດ້ລາຍງານ ໃນວັນທີ 20 ກັນຍາ 2001.
6 ແຂວງ ຫລວງນ້ໍາ ຊຸມຊົນ ມີ 03 ຄົນ (ເປັນຄົນຈີນ), ລັກລອບເຂົ້າມາ ສາມລ່ຽມຄໍາ ໃນຕົ້ນ ປີ 2021; ແລະ ປີ 2020.

7 ບໍ່ແກ້ວ 02 ຄົນ ຊຸມຊົນ (ລາວ 01 ຄົນ; ຈີນ 01 ຄົນ) ຈາກເມືອງຕົ້ນເຜິ້ງ ນະຄອນຫລວງວຽງຈັນ ແຕ່ໄດ້ ເດີນທາງ ໄປສົ່ງສະການພໍ່ເຖົ້າ ຢູ່ບ້ານຖ້ໍາຜູກຫໍສິມ ໃນວັນທີ 17 ກັນຍາ 2021
ເມືອງຜາໄຊ ບ້ານຖ້ໍາຜູກຫໍສິມມີ 04 ຄົນ, ບ້ານສ່ອມ 1 ຄົນ, ບ້ານຊຽງດີ 1 ຄົນ, ເມືອງແປກ ບ້ານໂພນສະຫວັນໃຕ້ ມີ 01 ຄົນ

8 ບໍລິຄໍາໄຊ 1 ຄົນ ມູນເບື້ອງຕົ້ນຂອງແຂວງບໍລິຄໍາໄຊ ລາຍງານຕິດເຊື້ອໃນຊຸມຊົນ ມີ 01 ກໍລະນີ (ເປັນເພດຍິງ, ອາຍຸ 43 ປີ, ບ້ານທົ່ງນ້ອຍ, ເມືອງປາກຊັນ) ແລະ ຜູ້ກ່ຽວໄດ້ ມາເຝົ້າພໍ່ບໍ່ສະບາຍ ຢູ່ໂຮງຫມໍມິດຕະພາບ ແລະ ຍັງບໍ່ຮູ້ແຫລ່ງທີ່ມາຂອງການຕິດເຊື້ອ 12.
9 ອັດຕະປໍ 1 ຄົນ, ຊຸມຊົນ ຊື່ງມີປະຫວັດ ເດີນທາງ ມານະຄອນປາກເຊ ໃນຊ່ວງທີ 13/9/202; ປະຈຸບັນຜູ້ກ່ຽວໃດ້ມີອາການໄຂ້ຫວັດ, ດັ່ງບໍ່ໄດ້ຮັບກິ່ນ, ລີ້ນບໍ່ໄດ້ຮັບລົດຊາດ.