ປະຊາຊົນ 2 ບ້ານ ສາມັກຄີແປງຂົວທີ່ເປ່ເພຍ້ອນຖືກພາຍຸພັດໄປ

495

ຕາມທີ່ໄດ້ລາຍງານໄປກ່ອນໜ້າກ່ຽວກັບຄວາມເສຍຫາຍຂອງເມືອງເຫຼົ່າງາມທີ່ໄດ້ຮັບຜົນກະທົບຈາກພະຍຸ ໂກນເຊິນ ທີ່ສ້າງຄວາມເສຍຫາຍຫຼາຍຢ່າງ ໂດຍສະເພາະການຄົມມະນາຄົມ, ຂົວ, ເສັ້ນທາງຕ່າງໆ ທີ່ໃຊ້ໃນການສັນຈອນໄປມາຫາສູ່ແມ່ນໄດ້ຮັບຜົນເສຍຫາຍສົມຄວນ

ທ້າຍອາທິດຜ່ານມານີ້, ທ່ານ ພິດສະໄໝ ແກ້ວວົງສັກ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກການເມືອງແນວຄິດ, ວຽກພັກ-ພະນັກງານ ພ້ອມຄະນະ ໄດ້ນຳພາພໍ່ແມ່ປະຊາຊົນ ບ້ານຕາແບງ ແລະບ້ານນາທັນ ເມືອງເລົ່າງາມ ແຂວງສາລະວັນ ສ້ອມແປງຂົວ ທີ່ເປ່ເພ ທີ່ໄດ້ຮັບຜົນເສຍຫາຍຈາກພາຍຸໂກນເຊິນ ເພື່ອການສັນຈອນໄປມາໄດ້.

ການສ້ອມແຊມໃນຄັ້ງນີ້ ໂດຍແມ່ນປະຊາຊົນ 2 ບ້ານ ຄື: ບ້ານຕາແບງ ແລະ ບ້ານນາທັນ, ເຊີ່ງໄດ້ນຳໃຊ້ລົດແມັກໂຄນ້ອຍ, ຍົກເສົາຂົວ, ໃສ່ຂາງ ແລະ ປູໄມ້ໃສ່ຂົວ ເພື່ອແກ້ໄຂສະຖານະການສຸກເສີນ ໃຫ້ສາມາດສັນຈອນໄປມາໄດ້ໃນສອງບ້ານ.

ຂົວດັ່ງກ່າວ ເປັນປະເພດຂົວໄມ້ ແລະ ມີອາຍຸການໃຊ້ການມາຍາວນານ, ເຊີ່ງມີຄວາມຍາວ 15 ແມັດ, ກວ້າງ 5 ແມັດ. ການສ້ອມແປງຂົວ ໄດ້ດຳເນີນໄປເປັນເວລາ 2 ວັນຈິ່ງສຳເລັດ. ໂດຍໄດ້ຮັບການປະກອບສ່ວນຈາກສັງຄົມ ແລະ ການສົມທົບທຶນຮອນອົງການປົກຄອງບ້ານ, ປະຊາຊົນ 2 ບ້ານ ເປັນຕົ້ນ ແລະ ມີບໍລິສັດດັກຣັກນິຄົມ 4 ປະກອບສ່ວນເງິນສົດ ຈຳນວນ 4 ລ້ານກີບ ແລະ ເງິນສົມທົບຂອງປະຊາຊົນບ້ານຕານແບ່ງ ຈຳນວນ 4 ລ້ານກີບ, ບ້ານນາຈານ 2.700.000 ກີບ, ບ້ານກະຊະ ສ້ອມແປງຂົວເຂົ້າບ້ານ 3.500.000 ກີບ.

ເຊີ່ງປັດຈຸບັນນີ້, ຂົວແມ່ນສາມາດນຳໃຊ້ໄດ້ເປັນປົກກະຕິ ແລະ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃນຂອບເຂດນັ້ນ ໃນໂອກາດດຽວກັນນັ້ນ, ອົງການປົກຄອງເມືອງເລົ່າງາມ ຍັງໄດ້ມອບສັງກະສີ ຈຳນວນ 40 ແຜ່ນ ແລະເຂົ້າສານຈຳນວນໜຶ່ງ ໃຫ້ຄອບຄົວບ້ານນາທັນ ທີ່ຖືກຜົນກະທົບຈາກພາຍຸໂກນເຊິນ ພັດເຮືອນເປ່ເພເສຍຫາຍ 2 ຫຼັງຄາເຮືອນ. ມອບໂດຍ ທ່ານ ພິດສະໄໝ ແກ້ວວົງສັກ ຮອງເລຂາພັກເມືອງ, ໂດຍມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະອຳນາດການປົກຄອງບ້ານ ເຂົ້າຮ່ວມ.