ແຈ້ງດ່ວນ! ປັບຂຶ້ນລາຄານໍ້າມັນທຸກຊະນິດ ເລີ່ມມື້ອື່ນ 6:00ໂມງເຊົ້າ

622

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0882/ອຄ, ລົງວັນທີ 22 ກັນຍາ 2021 ກ່ຽວກັບການແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ການປັບລາຄາຄັ້ງນີ້ແມ່ນເລີ່ມຈັດຕັ້ງປະຕິບັດໃນວັນທີ 23 ກັນຍາ 2021 ເປັນຕົ້ນໄປ.

ການປັບລາຄາຄັ້ງນີ້ແມ່ນໄດ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື ນໍ້າມັນແອັດຊັງພິເສດປັບຂຶ້ນ 410ກີບຕໍ່ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 380ກີບຕໍໍ່ລິດ ແລະ ນໍ້າມັນກາຊວນປັບຂຶ້ນ 440 ກີບຕໍ່ລິດ. ດ້ານການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0699/ກຄພນ. ລົງວັນທີ 22 ກັນຍາ 2021 ຈົນກວ່າຈະມີການປ່ຽນແປງ.

ໃນແຈ້ງການໄດ້ລະບຸໄວ້ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມຢ່າງເຂັ້ມງວດ ພ້ອມຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນໃຫ້ບໍລິການຢ່າງເປັນປົກກະຕິ ສໍາລັບລາຄາຂາຍຍ່ອຍໃໝ່ ໃນບັນດາແຂວງກໍານົດໄວ້ດັ່ງນີ້:
– ນະຄອນຫຼວງວຽງຈັນ ແອັດຊັງພິເສດ 12.610 ກີບຕໍ່ລິດ, ແອັດຊັງທໍາມະດາ 10.840 ກີບຕໍ່ລິດ, ກາຊວນ 9.350 ກີບຕໍ່ລິດ

– ແຂວງຫຼວງພະບາງ ແອັດຊັງພິເສດ 12.980 ກີບຕໍ່ລິດ, ແອັດຊັງທໍາມະດາ 11.210 ກີບຕໍ່ລິດ, ກາຊວນ 9.720 ກີບຕໍ່ລິດ
– ແຂວງຊຽງຂວາງ ແອັດຊັງພິເສດ 12.800 ກີບຕໍ່ລິດ, ແອັດຊັງທໍາມະດາ 11.030 ກີບຕໍ່ລິດ, ກາຊວນ 9,540 ກີບຕໍ່ລິດ
– ແຂວງສະຫວັນນະເຂດ ແອັດຊັງພິເສດ 12.640ກີບຕໍ່ລິດ, ແອັດຊັງທໍາມະດາ 10.870 ກີບຕໍ່ລິດ, ກາຊວນ 9.380 ກີບຕໍ່ລິດ

– ແຂວງຈໍາປາສັກ ແອັດຊັງພິເສດ 12.670ກີບຕໍ່ລິດ, ແອັດຊັງທໍາມະດາ 10.900ກີບຕໍ່ລິດ, ກາຊວນ9.410 ກີບຕໍ່ລິດ
– ແຂວງອັດຕະປື ແອັດຊັງພິເສດ 12.850 ກີບຕໍ່ລິດ, ແອັດຊັງທໍາມະດາ 11.080 ກີບຕໍ່ລີດ, ກາຊວນ 9.590 ກີບຕໍ່ລິດ
– ແຂວງໄຊສົມບູນ ແອັດຊັງພິເສດ 12.890 ກີບຕໍ່ລິດ, ແອັດຊັງທໍາມະດາ 11.120 ກີບຕໍ່ລິດ, ກາຊວນ 9.630 ກີບຕໍ່ລິດ.