ອຸຕຸແຈ້ງເຕືອນຝົນຕົກໜັກ ໄລຍະ 23-26 ກັນຍານີ້ຢູ່ທຸກພາກ

630

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ອອກແຈ້ງການ ເລກທີ 1069 /ກອຕທ, ລົງວັນທີ 22 ກັນຍາ 2021 ເຕືອນຝົນຕົກໜັກ ແລະ ລົມພັດແຮງ ສະບັບທີ 1 ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ໄດ້ພາດຜ່ານເຂດພາກໃຕ້ຂອງປະເທດລາວ ປ່ອງໃສ່ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງດ້ວຍກໍາລັງແຮງ ຊຶ່ງຄາດວ່າຈະເພີ່ມກຳລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນ ແລະ ຈະເຄື່ອນທີ່ຜ່ານເຂດພາກໃຕ້ ຫາ ພາກກາງຂອງປະເທດລາວ ໃນໄລຍະວັນທີ 24 -25 ກັນຍາ 2021 ນີ້.

ໃນຊ່ວງໄລຍະເວລາດັ່ງກ່າວ ຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາ ຕົກໜັກພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກໃຕ້, ພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ດັ່ງລາຍລະອຽດລຸ່ມນີ້:

– ໄລຍະວັນທີ 23 – 25 ກັນຍາ 2021: ຈະມີຝົນຕົກໜັກ ຫາ ໜັກຫຼາຍ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນເຂດພາກໃຕ້ ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈຳປາສັກ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ຳຖ້ວມອັ່ງ ແລະ ນ້ໍາຖ້ວມຍື່ງຢູ່ບາງທ້ອງຖິ່ນ.

– ໄລຍະວັນທີ 24 – 26 ກັນຍາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນຕົກ ເຊັ່ນ: ແຂວງ ສະຫວັນນະເຂດ, ຄຳມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວ ຊຶ່ງຈະເຮັດໃຫ້ເກີດມີນໍ້າຖ້ວມກະທັນຫັນ, ນ້ຳຖ້ວມຊຸ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ຳຖ້ວມຍົງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ໜ້ານີ້.