ສົມລາຄາມີພຽງ 4 ນັດທີ່ຍິງປະຕູບໍ່ໄດ້ເຮັດໃຫ້ ເລວານດອຟສະກີ ຄວ້າລາງວັນເກີບຄໍາ 2020-2021

316
Kicker editor in chief Joerg Jakob hands over the Golden Shoe 2021 to Robert Lewandowski next to FC Bayern Munic CEO Herbert Hainer (l.) during Golden Shoe 2021 ceremony. Munich, 21.09.2021.

ໂຣເບີດ ເລວານດອຟສະກີ ກອງໜ້າຂອງ ບາເຢິນ ມິວນິກ ສະໂມສອນຍັກໃຫຍ່ໃນບຸນເດສລີກາ ເຢຍລະມັນ ຄວ້າລາງວັນເກີບຄໍາ ( ລາງວັນດາວຍິງສູງສຸດຂອງລີກເອີຣົບ ) ປະຈໍາລະດູການ 2020-2021 ເຊິ່ງກາຍເປັນຄົນທີ 2 ຈາກບຸນເດສລີກາ ທີ່ໄດ້ລາງວັນດັ່ງກ່າວ ຫຼັງຄົນທໍາອິດທີ່ໄດ້ແມ່ນໃນປີ 1972.

ເລວານດອຟສະກີ ສ້າງຜົນງານໂດດເດັ່ນໃນລະດູການ 2020-2021 ຍິງໄປເຖິງ 41 ປະຕູຈາກ 29 ນັດໃນບຸນເດສລີກາ ເຢຍລະມັນ ເໜືອກວ່າ ລິໂອເນລ ເມສຊີ ທີ່ຍິງໄປ 30 ປະຕູໃຫ້ກັບ ບາເຊໂລນາ ໃນລາລີກາ ແອັດສະປາຍ ແລະ ຄຣິສເຕຍໂນ ໂຣນັລໂດ ທີ່ຍິງໄປ 29 ປະຕູໃຫ້ກັບ ຢູເວນຕຸສ ໃນກັນໂຊ ເຊເຣຍ ອາ ອິຕາລີ ໃນລະດູການທີ່ຜ່ານມາ.

ນອກນັ້ນ, 41 ປະຕູຂອງ ເລວານດອຟສະກີ ຍັງທໍາລາຍສະຖິຕິຍິງປະຕູສູງສຸດຕໍ່ໜຶ່ງລະດູການຂອງ ແກັດ ມຸຸລເລີ ຕໍານານດາວຍິງຂອງ ບາເຢິນ ມິວນິກ ທີ່ເຄີຍເຮັດໄວ້ 40 ປະຕູໃນລະດູການ 1971-1972 ແລະ ໄດ້ລາງວັນເກີບຄໍາ ໃນປີດັ່ງກ່າວເປັນຄົນທໍາອິດຈາກ ບຸນເດສລີກາ ເຢຍລະມັນ.

ສະຖິຕິຂອງ ເລວານດອຟສະກີ ຍິງໄດ້ 1 ປະຕູຕໍ່ 90 ນາທີ ໃນລະດູການ 2020-2021 ພາ ບາເຢິນ ມິວນິກ ຄວ້າແຊັມ ບຸນເດສລີກາ ເປັນສະໄໝທີ 9 ຕິດຕໍ່ກັນ ນັບແຕ່ລະດູການ 2012-2013 ແລະ ມີພຽງ 4 ນັດເທົ່ານັ້ນທີ່ ເລວານດອຟສະກີ ຍິງປະຕູບໍ່ໄດ້ໃນລະດູການດັ່ງກ່າວ.