ນັກທຸລະກິດ ເຂົ້າສຳປະທານເນື້ອທີ່ດິນລັດ ເພື່ອພັດທະນາຕະຫຼາດ ເຂດບ້ານຍົມມະລາດເໜືອເມືອງຍົມມະລາດ

397

ໃນວັນທີ 17 ກັນຍາ 2021 ທີ່ຫ້ອງປະຊຸມເບີ 3 ສຳນັກງານເມືອງຍົມມະລາດ ໄດ້ຈັດພິທີຮ່ວມເຊັນສັນຍາສຳປະທານເນື້ອທີ່ດິນຂອງລັດເພື່ອພັດທະນາຕະຫຼາດ ເຂດບ້ານຍົມມະລາດເໜືອເມືອງຍົມມະລາດ ແຂວງຄຳມ່ວນ ໃຫ້ກຽດເປັນປະທານໂດຍທ່ານ ບຸນທະໃຫວ ໂດໄລສານ ຮອງເຈົ້າເມືອງໆຍົມມະລາດ ເຊິ່ງມີບັນດາທ່ານຫົວໜ້າ – ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ທ່ານ ເຄນ ພຸດທະວົງ ຜູ້ສຳປະທານ ເຂົ້າຮ່ວມ.


ທ່ານ ເກີນຄຳ ໜໍ່ສຸວັນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ໄດ້ຂຶ້ນຜ່ານເອກະສານເນື້ອໃນສັນຍາໃນການສຳປະທານ ເຊິ່ງເນື້ອທີ່ໃນການສຳປະທານໃນຄັ້ງນີ້ມີເນື້ອທີ່ທັງໝົດ 6,171 ຕາແມັດ ມູນຄ່າການລົງທຶນທັງໝົດ 2,1ຕື້ກວ່າ ກີບ ໃນໄລຍະການສຳປະທານແມ່ນ 30 ປີ ຈຸດປະສົງເພື່ອພັດທະນາທີ່ດິນດັ່ງກ່າວເຂົ້າໃນການບໍລິການດ້ານຕະຫຼາດ, ຄ້າຂາຍສິນຄ້າພາຍໃນເມືອງ ແລະ ຕ່າງເມືອງ, ເພື່ອອຳນວຍຄວາມສະ ດວກ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ປົກປ້ອງສິດ ແລະ ຜົນປະໂຫຍດໃນການຄ້າຂາຍຂອງພໍ່ແມ່ປະຊາຊົນ, ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ລົງທຶນໃນການດຳເນີນກິດຈະການ ແລະ ເພື່ອໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ບຸນທະໃຫວ ໂດໄລສານ ຮອງເຈົ້າເມືອງໆຍົມມະລາດ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ບັນດາທ່ານຫ້ອງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ ເອົາໃຈໃສ່ໃນການພັດທະນາໂຄງລ້າງ ເພື່ອປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຊາວເມືອງຍົມມະລາດໃຫ້ດີຂຶ້ນເປັນກ້າວໆ.

ຫຼັງຈາກນັ້ນກອງປະຊຸມໄດ້ຮ່ວມກັນລົງນາມເຊັນສັນຍາເຊິ່ງຕາງໜ້າພາກລັດໂດຍ ທ່ານ ເກີນຄຳ ໜໍ່ສຸວັນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນ ກັບທ່ານ ເຄນ ພຸດທະວົງ ໃນນາມຜູ້ສຳປະທານ ໂດຍມີ ທ່ານ ບຸນທະໃຫວ ໂດໄລສານ ຮອງເຈົ້າເມືອງໆຍົມມະລາດ ແລະ ບັນດາທ່ານຫົວໜ້າ – ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ເຂົ້າຮ່ວມເປັນສັກຂີພິຍານ.