ຈີນ ສົ່ງເສີມເງິນຢວນ ໃຫ້ເປັນທີ່ຍອມຮັບໃນລະດັບສາກົນ ຫວັງນຳໃຊ້ ອາເຊັບສົ່ງເສີມການຄ້າ-ການລົງທຶນ

489

ທະ​ນາ​ຄານ​ແຫ່ງ ສ​ປ ຈີນ (PBOC) ເລັ່ງ​ຂະ​ຫຍາຍ​ການ​ນຳ​ໃຊ້​ສະ​ກຸນ​ເງິນຢວນ ໃນ​ການ​ຊຳ​ລະ​ສະ​ສາງ​ລະ​ຫວ່າງ​ປະ​ເທດ ຫວັງ​ຍູ້​ດັນ​ໃຫ້​ເງິນຢວນ​ເປັນ​ທີ່ຍອມ​ຮັບ​ຈາກ​ສາ​ກົນຫຼາຍ​ຂຶ້ນ ໂດຍ​ອາ​ໄສ​ຂອບ​ການ​ຮ່ວມ​ມື​ຂໍ້​ຕົກ​ລົງ​ອາ​ເຊັບ (RCEP) ທີ່​ສົ່ງ​ເສີມ​ການ​ຄ້າ​ໃນ​ພູ​ມິ​ພາກ ເພື່ອ​ຂັບ​ເຄື່ອນ​ໂອ​ກາດ​ຂະ​ຫຍາຍ​ການ​ໃຊ້​ສະ​ກຸນ​ເງິນຢວນ​ເຂົ້າ​ໃນ​ການ​ຄ້າ ແລະ ການ​ລົງ​ທຶນຫຼາຍ​ຂຶ້ນ.

ລາຍ​ງານ​ລະ​ບຸ​ວ່າ: ການ​ລົງ​ນ​າມ​ໃນ​ຂໍ້​ຕົກ​ລົງ​ຫຸ້ນ​ສ່ວນ​ທາງ​ເສດ​ຖະ​ກິດ​ລະ​ດັບ​ພູ​ມີ​ພາກ (RCEP) ເຊິ່ງ​ຈະ​ສົ່ງ​ເສີມ​ການ​ຄ້າ​ໃນ​ພູ​ມີ​ພາກ​ອາ​ຊີ-ປາ​ຊີ​ຟິກ ຈະ​ຊ່ວຍ​ເພີ່ມ​ໂອ​ກາດ​ໃນ​ການ​ໃຊ້​ສະ​ກຸນ​ເງິນຢວນ​ໃນ​ກິດ​ຈະ​ກຳ​ທາງ​ການ​ຄ້າ ແລະ ການ​ລົງ​ທຶນຫຼາຍ​ຂຶ້ນ.

ຂໍ້​ມູນ​ຈາກ​ທະ​ນາ​ຄານ​ກາງ​ຈີນ​ໃຫ້​ຮູ້​ວ່າ: ຈີນ​ໄດ້​ຂະ​ຫຍາຍ​ຂອບ​ເຂດ​ການ​ນຳ​ໃຊ້​ສະ​ກຸນ​ເງິນຢວນ​ໃນ​ທຸ​ລະ​ກິດ​ອີ​ຄອມ​ເມີ​ສ​​ລະ​ຫວ່​າງ​ປະ​ເທດໃຫ້ຫຼາຍ​ຂຶ້ນ​ໂດຍ​ຕໍ່​ຍອດ​ຈາກ​ການ​ຊຳ​ລະ​ຄ່າ​ສິນ​ຄ້າ​ໂພກ​ກະ​ພັນ​ໃນ​ສະ​ກຸນ​ເງິນຢວນ ເຊິ່ງ​ມີ​ການ​ພັດ​ທະ​ນາ​ມາ​ຢ່າງ​ຕໍ່​ເນື່ອງ.

ນອກ​ຈາກ​ນີ້ ເພື່ອ​​ຂັບ​ເຄື່ອນ​ນະ​ໂຍ​ບາຍສະ​ໜັບ​ສະ​ໜູນ​ເງິນຢວນ ເປັນ​ສະ​ກຸນ​ເງິນ​ສາ​ກົນ ຈີນ​ຈະ​ສະ​ແຫວງ​ຫາ​ທາງ​ເລືອກ​ອື່ນໆ​ເພີ່ມ​ເຕີມ​ໃນ​ດ້ານ​ການ​ລົງ​ທຶນ ແລະ ການ​ຈັດ​ຫາ​ແຫຼ່ງ​ເງິນ​ລົງ​ທຶນ​ໃນ​ສະ​ກຸນ​ເງິນຢວນ ຍົກ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ການ​ຊຳ​ລະ​ເງິນ​ໃນ​ສະ​ກຸນ​ເງິນຢວນນ​ກັບ​ປະ​ເທດ​ອື່ນໆ ຕະຫຼອດ​ຮອດ​ການ​ປັບ​ປຸງ​ລະ​ບົບ​ໂຄງ​ສ້າງ​ໃນ​ການ​ຊຳ​ລະ ແລະ ຫັກ​ບັນ​ຊີ​ເປັນ​ສະ​ກຸນ​ເງິນຢວນ.

ອີງ​ຕາມ​ສຳ​ນັກ​ຂ່າວ​ຊິນ​ຮ​ວາ ລາຍ​ງານ​ສ່າ: ການ​ໃຊ້​ສະ​ກຸນ​ເງິນຢວນ ໃນ​ການ​ເຮັດ​ທຸ​ລະ​ກິດ​ຂ້າມ​ແດນ ຕະຫຼອດ​ຮອດ​ການ​ຊຳ​ລະ ແລະ ຮັບ​ເງິນ​ໃນ​ປີ​ 2020 ເພີ່ມ​ຂຶ້ນ 44,3% ເມື່ອ​ທຽບ​ປີ​ຕໍ່​ປີ, ມູນ​ຄ່າ​ຈຸ 28,39 ພັນ​ຕື້ຢວນ ຫຼື ປະ​ມານ 4,4 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ເປັນ​ລະ​ດັບ​ສູງ​ສຸດ​ເປັນ​ປະ​ຫວັດ​ການ.