ສປຊ ເຕືອນ ສະຫະລັດ ແລະ ຈີນ ຄວນຫຼີກລຽງສົງຄາມເຢັນຄັ້ງໃໝ່

296

ສຳ​ນັກ​ຂ່າວ​ເອ​ພີ​ລາຍ​ງານວ່າ ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ ເລ​ຂາ​ທິ​ການ ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ອອກ​ມາ​ເຕືອນວ່າ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ອາດ​ຈະ​ເກີດ​ສົງ​ຄາມ​ເຢັນ​ຄັ້ງ​ໃໝ່ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ແລະ ຈີນ ຈົ່ງ​ຟື້ນ​ຟູ​ສາຍ​ພົວ​ພັນ​ຄືນ​ໃໝ່ ກ່ອນ​ບັນ​ຫາ​ຄວາມ​ຂັດ​ແຍ່ງ​ລະ​ຫວ່າງ​ສອງ​ຊາດ​ມະ​ຫາ​ອຳ​ນາດ​ຂອງ​ໂລກ​ຈະ​ເລິກ​ລົງ ແລະ ຂະ​ຫຍາຍ​ອອກ​ສູ່​ວົງ​ກວ້າງ​ທົ່ວ​ໂລກ.

ຄຳ​ເຕືອນ​ຂອງ​ເລ​ຂາ​ທິ​ການ ສ​ປ​ຊ ມີ​ຂຶ້ນ​ກ່ອນກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ແຫ່ງ​ສະ​ຫະ​ປະ​ຊາ​​ຊາດ (UNGA) ​ປະ​ຈຳ​ປີ 2021 ທີ່​ນະ​ຄອນ​ນິວຢອກ ສະ​ຫະ​ລັດ​ອາ​ເມ​ຣິ​ກາ.

ເລ​ຂາ​ທິ​ການ ສ​ປ​ຊ ກ່າວ​ວ່າ: ສອງ​ຊາດ​ມະ​ຫາ​ອຳ​ນາດດ້ານ​ເສດ​ຖະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ​ຄວນ​ຮ່ວມ​ມື​ກັນ ເພື່ອ​ແກ້​ໄຂ​ບັນ​ຫາ​ໂລກ​ຮ້ອນ ຫຼື ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ​ໂລກ ແລະ ເຈ​ລະ​ຈາ​ແລກ​ປ່ຽນ​ກັນ ທັງ​ທາງ​ດ້ານ​ເສດ​ຖະ​ກິດ, ເຕັກ​ໂນ​ໂລ​ຊີ, ສິດ​ທິ​ມະ​ນຸດ, ຄວ​າມ​ປອດ​ໄພ​ທາງ​ໄຊ​ເບີ ແລະ ຮ່ວມ​ກັນ​ແກ້​ໄຂ​ຂໍ້​ພິ​ພາດ​ອະ​ທິ​ປະ​ໄຕ​ຕ່າງໆ ແຕ່​ເປັນ​ໜ້າ​ເສຍ​ດາຍ​ທີ່​ທັງ​ສອງ​ປະ​ເທດ​ມີ​ແຕ່​ຈະ​ປະ​ເຊີນ​ໜ້າ​ກັນ.

ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ສົ່ງ​ເສີມ​ໃຫ້​ສອງ​ຊາດ​ມະ​ຫາ​ອຳ​ນາດ​ຟື້ນ​ຟູ​ການ​ພົວ​ພັນ​ຄືນ​ໃໝ່ ເພື່ອ​ໃຫ້​ສາ​ມາດ​ເຮັດ​ວຽກ​ຮ່ວມ​ກັນ​ໄດ້ ເພາະ​ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ເຂົ້າ​ເຖິງວັກ​ແຊັງ​ປ້ອງ​ກັນ​ໂຄວິດ-19 ຢ່າງ​ເທົ່າ​ທຽມ, ການ​ແກ້​ໄຂ​ບັນ​ຫາ​ໂລກ​ຮ້ອນ ແລະ ບັນ​ຫາ​ອື່ນໆ ເພາະ​ການ​ພົວ​ພັນ​ຂອງ​ປະ​ຊາ​ຄົມ​ໂລກ ໂດຍ​ສະ​ເພາະ​ແມ່ນ​ສອງ​ມະ​ຫາ​ອຳ​ນາດ​ໂລກ ຖື​ວ່າ ມີ​ຄວາມ​ສຳ​ຄັນ​ເປັນ​ຢ່າງ​ຍິ່ງ, ເລ​ຂາ​ທິ​ການ ສ​ປ​ຊ ກ່າວ.