ພະແນກ ຍທຂ.ນວ ແຈ້ງໃຫ້ດ່ານແຕ່ລະເມືອງອຳນວຍຄວາມສະດວກໃຫ້ແກ່ລົດຂົນສົ່ງສິນຄ້າ ທີ່ເຄື່ອນໄຫວຢູ່ ນວ

612

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ (ຍທຂ.ນວ) ອອກແຈ້ງການເລກທີ 650/ຍທຂ.ນວ, ລົງວັນທີ 21 ກັນຍາ 2021 ເລື່ອງການອຳນວຍຄວາມສະດວກໃຫ້ແກ່ລົດຂົນສົ່ງສິນຄ້າທຸກປະເພດທີ່ເຄື່ອນໄຫວໃນ ນວ ໃນໄລຍະປ້ອງກັນໂຄວິດ-19

ເຊິ່ງເພື່ອອຳນວຍຄວາມສະດວກໃຫ້ແກ່ການບໍລິການຂົນສົ່ງສິນຄ້າ ແລະ ແຈກຢາຍສິນຄ້າ ໃຫ້ພໍ່ແມ່ປະຊາຊົນ ພາຍໃນ ນວ ໄດ້ຊົມໃຊ້ຢ່າງທົ່ວເຖິງ, ຄຽງຄູ່ກັບການຈັດຕັ້ງປະຕິບັດແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 1187/ຫສນຍ, ລົງວັນທີ 18 ກັນຍາ 2021 ແລະ ຢູ່ໃນຄໍາສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 016/ຈນວ, ລົງວັນທີ 19 ກັນຍາ 2021 ຂອງຂໍ້ 4 ຍົກເວັ້ນແຕ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ນວ ຍ້ອນເຫດຜົນອັນຈຳເປັນເຊັ່ນ:

ຂົນສົ່ງສິນຄ້າ, ໂຄງການ ແລະ ວຽກງານບູລິມະສິດຂອງລັດຖະບານເປັນຕົ້ນ, ເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດ Covid-19 ພະແນກ ຍທຂ.ນວ ໃນນາມໜ່ວຍງານອໍານວຍການຂົນສົ່ງດ້ານອຸດສະຫະກໍາ ແລະ ການຄ້າ ຂອງຄະນະສະເພາະກິດໂຄວິດ-19 ຂັ້ນນະຄອນຫຼວງ ຈຶ່ງຂໍຖືເປັນກຽດແຈ້ງມາຍັງຄະນະສະເພາະກິດປ້ອງກັນແຕ່ລະດ່ານຊາບ ແລະ ຮ່ວມມືໃນການຈັດຕັ້ງປະຕິບັດດັ່ງນີ້:

1 ໃຫ້ຄະນະສະເພາະກິດແຕ່ລະດ່ານຢູ່ແຕ່ລະເມືອງ ຊ່ວຍອຳນວຍຄວາມສະດວກໃຫ້ແກ່ລົດຂົນສົ່ງສິນຄ້າ
ທຸກປະເພດທີ່ເຄື່ອນໄຫວຢູ່ພາຍໃນ ນວ ໃນໄລຍະປ້ອງກັນ, ຄວບຄຸມແລະແກ້ໄຂການລະບາດຂອງພະຍາດ COVID-19. ໃນລະຫວ່າງວັນທີ 19 ຫາ 30 ກັນຍາ 2021.

2 ບັນດາບໍລິສັດ ແລະ ຜູ້ປະກອບການຂົນສົ່ງສິນຄ້າ ຕ້ອງເອົາໃຈໃສ່ໃນການຈັດຕັ້ງປະຕິບັດຕາມແຈ້ງ
ການແນະນໍາຕ່າງໆຂອງພາກລັດກໍ່ຄືທາງນະຄອນຫຼວງວຽງຈັນ ແລະ ລັດຖະບານຢ່າງເຂັ້ມງວດ.

3 ໃຫ້ຄະນະສະເພາະກິດແຕ່ລະດ່ານ ກວດກາການເຄື່ອນໄຫວຂອງບໍລິສັດ ແລະ ຜູ້ປະກອບການຂົນສົ່ງ
ສິນຄ້າ ທີ່ບໍ່ປະຕິບັດມາດຕະການປ້ອງກັນພະຍາດCOVID-19, ຖ້າພົບເຫັນ ແມ່ນໃຫ້ປະຕິບັດມາດ
ຕະການຕໍ່ຜູ້ລະເມີດທີ່ໄດ້ກຳນົດໄວ້ໃນ ຂໍ້ທີ 17 ຂອງ ຄໍາສັ່ງເຈົ້າຄອງນະຄອນຫຼວງວຽງຈັນສະບັບເລກ
ທີ 016/ຈນວ, ລົງວັນທີ 19 ກັນຍາ 2021ຢ່າງເຂັ້ມງວດ.

4 ແຈ້ງການສະບັບນີ້ແມ່ນນຳໃຊ້ຊົ່ວຄາວ ຖ້າມີການປ່ຽນແປງຈະແຈ້ງໃຫ້ຊາບຕາມຫຼັງ.