ແຈ້ງໃຫ້ທຸກພາກສ່ວນເປັນເຈົ້າການເຮັດໜັງສືຢັ້ງຢືນໃຫ້ພະນັກງານຂອງຕົນ ທີ່ປະຈຳການ ໄລຍະປິດການສັນຈອນ

579

ຫ້ອງວ່າການ, ນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 3/ຫວນວ, ລົງວັນທີ 20 ກັນຍາ 202 ເລື່ອງການເຮັດຫນັງສືຢັ້ງຢືນໃຫ້ພະນັກງານຂອງຕົນທີ່ປະຈຳການ ໃນຊ່ວງໄລຍະປະຕິບັດມາດຕະການປີດການສັນຈອນຫ້າມເດີນທາງໄປມາ ໂດຍບໍ່ໄດ້ຮັບອະນຸຍາດພາຍໃນ 7 ເມືອງຄື: ເມືອງໄຊເຊດຖາ, ສີສັດຕະນາກ, ຈັນທະບູລີ, ສີໂຄດຕະບອງ, ໄຊເສດຖາ, ນາຊາຍທອງ, ຫາດຊາຍຟອງ ແລະ ເມືອງໄຊທານີ.


ອີງຕາມ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1187/ຫສນຍ, ລົງວັນທີ 18ກັນຍາ 2021, ຄຳສັ່ງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 016/ຈນວ, ລົງວັນທີ 19 ກັນຍາ 2021 ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫຼວງວຽງຈັນ ແລະ ອີງຕາມການຊີ້ນຳຂອງກອງປະຊຸມຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ຄັ້ງວັນທີ 20 ກັນຍາ 2021. ຫ້ອງວ່າການນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ ດັ່ງນີ້


ໃຫ້ບັນດາທ່ານຫົວໜ້າຫ້ອງການ ຂອງການຈັດຕັ້ງທຸກພາກສ່ວນ ເປັນເຈົ້າການເຮັດໜັງສືຢັ້ງຢືນໃຫ້ພະນັກງານຂອງຕົນ ທີ່ປະຈຳການໂດຍໃຫ້ມີເນື້ອໃນດັ່ງນີ້: 1) ຊື່ ນາມສະກຸນ, 2) ກົມກອງສັງກັດ, 3) ເລກບັດປະຈຳຕົວ (ບັດພະນັກງານ ຖ້າມີ), 4) ບ່ອນພັກອາໃສ, ເຮືອນເລກທີ, ຊື່ບ້ານ, ຊື່ເມືອງ ແລະ ອື່ນໆ ທີ່ສາມາດກວດສອບໄດ້, 5) ເປັນບຸກຄົນບໍ່ຢູ່ເຂດບ້ານແດງ, 6) ເປັນບຸກຄົນໄດ້ຮັບວັກຊີນຄົບໂດສ (ຖືບັດຮັບວັກຊີນມາພ້ອມ), 7) ບໍ່ແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ (C1), ວັນທີ່ປະຈໍາການ(ຕາຕະລາງປະຈຳການ).


ໝາຍເຫດຖ້າຖືກມື້ປະຈຳການໃຫ້ຖືເອກະສານຢັ້ງຢືນຈາກກົມກອງ ເພື່ອແຈ້ງຕໍ່ເຈົ້າໜ້າທີ່ປະຈໍາດ່ານກວດກາທຸກຄັ້ງ, ກໍລະນີບໍ່ແມ່ນມື້ປະຈໍາການແຕ່ມີວຽກຈໍາເປັນ ຕ້ອງມີການຢັ້ງຢືນຈາກກົມກອງສະເພາະ ຫຼື ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດ ຕາມເນື້ອໃນຂ້າງເທີງດ້ວຍ.