ສຸດຍອດ! ຊາລາວ ຈາກສວນຊາ 36 ຊະນະເລີດການແຂ່ງຂັນຊາໂລກ 2021

665

ໃນວັນທີ 16 ກັນຍາ 2021 ຜ່ານມານີ້, ຊາສວນຊາ36 ຈາກ ສປປ ລາວ ແມ່ນໄດ້ຮັບຫຼຽນຄຳ ລາງວັນຊະນະເລີດຈາກການແຂ່ງຂັນຊາໂລກ 2021 (World Tea Championship 2021) ເຊິ່ງເປັນຜະລິດຕະພັນຊາບູຮານຂອງບໍລິສັດ ລາວ ທີຊິກ ມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ຮັບຫຼຽນຄຳ ລາງວັນຊະນະເລີດຂອງກຸ່ມຊາແດງ ໃນການແຂ່ງຂັນຊາໂລກປະຈຳປີ 2021.

ພ້ອມດຽວກັນນັ້ນ, ຍັງຖືກເຊີນເຂົ້າຮ່ວມພິທີມອບລາງວັນ ແລະ ງານວາງສະແດງອຸດສາຫະກໍາຊາໂລກ ທີ່ຈະຈັດຂຶ້ນທີ່ມະຫານະຄອນນິວຢອກໃນໝໍ່ໆນີ້.

ຄະນະກຳມະການຈັດການແຂ່ງຂັນຊາໂລກໄດ້ກ່າວໃນຈົດໝາຍວ່າ: ສວນຊາ36 ໄດ້ມີສ່ວນຮ່ວມໃນງານວາງສະແດງຊາສາກົນທຸກປະເພດຢ່າງຫ້າວຫັນ.

ຄະນະກຳມະການຈັດງານນີ້ໄດ້ເຫັນ ແລະ ຮັບຮູ້ເຖິງປະຫວັດຂອງສວນຊາ36, ມາດຕະຖານຂອງຂະບວນການຜະລິດຊາ, ຄຸນນະພາບຂອງຊາ, ສະພາບແວດລ້ອມທີ່ເປັນເອກະລັກຂອງທ້ອງຖິ່ນລາວ, ພາຊະນະບັນຈຸ ແລະ ອື່ນໆ ທີ່ໄດ້ຜ່ານການກວດສອບຢ່າງລະອຽດທີ່ຖ້ວນ. ຫຼັງຈາກການໄຕ່ຕອງຂອງຄະນະກຳມະການ, ສຸດທ້າຍ ໄດ້ຕັດສິນໃຫ້ຊາສວນຊາ36 ຈາກ ສປປ ລາວ ຊະນະລາງວັນຊະນະເລີດໃນສາຂາຊາແດງຂອງການແຂ່ງຂັນຊາໂລກປະຈຳປີ 2021.


ຈາກການລາຍງານວ່າ ງານວາງສະແດງອຸດສາຫະກຳຊາໂລກ ໄດ້ຈັດຂຶ້ນທຸກປີ ຕັ້ງແຕ່ປີ 2003 ແລະ ເປັນໜຶ່ງໃນ 50 ງານວາງສະແດງສາກົນທີ່ສຳຄັນຢູ່ໃນອາເມຣິກາເໜືອ. ງານດັ່ງກ່າວ, ດຶງດູດຜູ້ນຳສິນຄ້າມາວາງສະແດງຫຼາຍຮ້ອຍຄົນ ແລະ ດຶງດູດຊ່ຽວຊານຫຼາຍກວ່າ 5.000 ຄົນ ຈາກຫຼາຍກວ່າ 50 ປະເທດ ແລະ ພາກພື້ນໃນແຕ່ລະປີ ເຮັດໃຫ້ງານວາງສະແດງອຸດສາຫະກຳຊາໂລກ ກາຍເປັນງານວາງສະແດງພິເສດຂອງອຸດສາຫະກໍາຊາສາກົນທີ່ມີຈໍານວນປະເທດເຂົ້າຮ່ວມຫຼາຍທີ່ສຸດໃນໂລກ.

ງານດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກງານວາງສະແດງຊາໂລກ ແລະ ຮ່ວມຈັດໂດຍມູນນິທິ Desert Oasis ທີ່ຈະຈັດຂຶ້ນທີ່ມະຫານະຄອນນິວຢອກ ແລະ ເມືອງອື່ນໆໃນສະຫະລັດອາເມຣິກາ.


ໃນງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 18 ທີ່ຈັດທີ່ນະຄອນໜານໜິງ ເຂດປົກຄອງຕົນເອງກວາງຊີ ສປ ຈີນ ໃນວັນທີ 10 ກັນຍາ 2021 ຜ່ານມາ ບໍລິສັດ ສວນຊາ36 ໄດ້ນໍາຜະລິດຕະພັນຊາຂອງລາວເຮົາ ເຂົ້າຮ່ວມວາງສະແດງ.