ໄດ້ແລ້ວ 16 ທີມສຸດທ້າຍລຸ້ນແຊັມ ຟຸດຊໍຊີງແຊັມໂລກ 2021 ຈາກອາຊີ 5 ທີມ

383

ການແຂ່ງຂັນຟຸດຊໍຊີງແຊັມໂລກ 2021 ທີ່ປະເທດລິທົວນີ ເປັນເຈົ້າພາບ ເຊິ່ງມີ 24 ທີມເຂົ້າຮ່ວມແຂ່ງຂັນ ຫຼ້າສຸດມາຮອດປັດຈຸບັນແມ່ນໄດ້ 16 ທີມສຸດທ້າຍ ( ເຈົ້າພາບຕົກຮອບ ) ມີດັ່ງນີ້:
-ຈາກພາກພື້ນອາຊີ 5 ທີມ: ໄທ, ອິຣານ, ຫວຽດນາມ, ອຸດສະເບກິດສະຖານ ແລະ ຍີ່ປຸ່ນ

-ຈາກພາກພື້ນເອີຣົບ 6 ທີມ: ຄາຊັກສະຖານ, ໂປຣຕຸເກດ, ຣັດເຊຍ, ແອັດສະປາຍ, ແຊກບີ ແລະ ສາທາລະນະເຊັກ
-ຈາກພາກພື້ນອາເມຣິກາໃຕ້ 4 ທີມ: ອາກຊັງຕິນ, ບຣາຊິນ, ປາຣາກວາຍ ແລະ ເວເນຊູເອລາ

-ຈາກພາກພື້ນອາຟຣິກາ 1 ທີມ: ໂມຣ໊ອກໂກ
ສໍາລັບ ຮອບ 16 ທີມສຸດທ້າຍຈະເລີ່ມແຂ່ງຂັນໃນວັນທີ 22 ກັນຍາ 2021 ເປັນການພົບກນລະຫວ່າງ ຣັດເຊຍ ພົບກັບ ຫວຽດນາມ ເລາ 21:30 ໂມງຕາມເວລາໃນບ້ານເຮົາ
ຂອບໃຈຮູບຈາກ: Lithuania 2021 FIFA Futsal World Cup