“ວຸ້ນກຸຫຼາບແກ້ວ” ເມນູນ່າຮັກພ້ອມເຕັກນິກວຸ້ນບໍ່ຄາຍນ້ຳ

585

ມື້ນີ້ເຮົາຈະມາເຮັດວຸ້ນກິນຄາຍຮ້ອນ ຫຼື ທ່ານຈະເອົາໄປເຮັດຂາຍກໍດີ ເຊິ່ງຜູ້ຂຽນນຳເອົາສູດການເຮັດວຸ້ນທີ່ນ່າຮັກ ແລະ ມີລວດລາຍແຖມມີເຕັກນິກທີ່ບໍ່ເຮັດໃຫ້ວຸ້ນຄາຍນ້ຳອີກ ວິທີເຮັດງ່າຍ ໃຊ້ເວລາບໍ່ດົນ ທຸກຄົນພ້ອມແລ້ວເຮົາໄປເຮັດພ້ອມກັນດີກວ່າ

ສ່ວນປະສົມວຸ້ນກຸຫຼາບແກ້ວ

ນ້ຳສະອາດ 1000 ມິນລິລິດ

ຜົງວຸ້ນ 3 ບ່ວງແກງ

ນ້ຳຕານ 160 ກຣາມ

ເກືອ ¼ ບ່ວງຊາ

ນົມສົດລົດຈືດ 150 ມິນລິລິດ

ກິ່ນມະລິ

ສິປະສົມອາຫານສີຟ້າ

ວິທີເຮັດວຸ້ນກຸຫຼາບແກ້ວ

– ເອົານ້ຳສະອາດໃສ່ໝໍ້ ເທຜົງວຸ້ນໃຫ້ທົ່ວ ພັກໄວ້ 15-20 ນາທີ ໃຫ້ວຸ້ນອິ່ມນ້ຳ ເພື່ອຈະເຮັດໃຫ້ວຸ້ນບໍ່ຄາຍນ້ຳ ເມື່ອຄົບເວລາກໍນຳຂຶ້ນຕັ້ງໃສ່ເຕົາໃສ່ໄຟປານກາງ

– ຄົນໄປເລື້ອຍໆ ຈົນວຸ້ນລະລາຍໝົດ ວິທີສັງເກດວຸ້ນລະລາຍໃຫ້ເບິ່ງຢູ່ຈອງວ່າມີເມັດວຸ້ນຕິດ ຫຼື ບໍ່ ຖ້າບໍ່ມີສະແດງວ່າວຸ້ນລະລາຍໝົດແລ້ວ (ວຸ້ນລະລາຍດີເມື່ອຕົ້ມຈົນຟົດ)

– ເມື່ອວຸ້ນລະລາຍດີແລ້ວໃຫ້ໃສ່ນ້ຳຕານ ຄົນຈົນລະລາຍຕາມດ້ວຍເກືອ ຄົນຈົນລະລາຍ ຫຼັງຈາກນັ້ນປິດໄຟ

– ແບ່ງວຸ້ນ ½ ສ່ວນອອກມາໃສ່ອີກໝໍ້ (ເພາະຈະເຮັດເປັນສອງສີ ຄື ສີີຟ້ານົມ ແລະ ສີໃສ)

– ວຸ້ນທີ່ແບ່ງອອກມາ 2 ສ່ວນ ສ່ວນທຳອິດໃສ່ນົມສົດ ຕັ້ງຂຶ້ນເຕົາໄຟເອົາແຕ່ພໍຟົດຂອບໝໍ້ ຫຼັງຈາກນັ້ນໃສ່ກິ່ນມະລິໜ້ອຍໜຶ່ງ (ໃສ່ທັງໃນໝໍ້ວຸ້ນໃສ ແລະ ວຸ້ນທີ່ໃສ່ນົມ)

– ໃສ່ສີປະສົມອາຫານສີຟ້າລົງໄປໃນວຸ້ນນົມ ຄົນໃຫ້ເຂົ້າກັນ ຫຼັງຈາກນັ້ນຕັກໃສ່ພິມດອກໄມ້ນ້ອຍ (ຖ້າໃຊ້ພິມກຸຫຼາບນ້ອຍກໍຈະງາມ ແຕ່ຖ້າຫາກບໍ່ມີກໍໃຊ້ພິມດອກໄມ້ອື່ນແທນກໍໄດ້) ແລ້ວປະໄວ້ໃຫ້ວຸ້ນແຂງຕົວ

– ວຸ້ນໃສ ຕັກໃສ່ພິມກຸຫຼາບໃຫຍ່ ໂດຍໃສ່ພຽງເລັກໜ້ອຍແຕ່ກົ້ນພິມ ແລ້ວຖ້າໃຫ້ແຂງ

– ເມື່ອວຸ້ນສີຟ້າແຂງຕົວດີແລ້ວໃຫ້ແກະອອກຈາກພິມ

– ນຳວຸ້ນດອກໄມ້ສີຟ້າທີ່ເຊັດຕົວແລ້ວວາງລົງກາງຂອງພິມກຸຫຼາບ ຕັກນ້ຳວຸ້ນໃສ (ຮ້ອນ) ໃສ່ລົງໄປໃຫ້ເຕັມພິມ ແລ້ວພັກໄວ້ໃຫ້ເຊັດຕົວ ແລ້ວນຳໄປແຊ່ຕູ້ເຢັນປະມານ 1 ຊົ່ວໂມງ

– ເມື່ອວຸ້ນເຊັດຕົວດີແລ້ວໃຫ້ແກະອອກຈາກພິມ ຈັດໃສ່ຈານໃຫ້ງາມ ຫຼື ແຊ່ຕູ້ເຢັນໄວ້ກິນເຢັນໆ ແຊບສົດຊື່ນ