ປະທານບໍລິສັດທີ່ປຶກສາດ້ານກົດໝາຍ ຫົວສ້ຽວ ເຂົ້າພົບການນຳແຂວງບໍ່ແກ້ວ

276

ວັນທີ 20 ກັນຍາ 2021ນີ້ ທ່ານ ເສິນ ຊົງກວນ ປະທານບໍລິສັດທີ່ປຶກສາດ້ານກົດໝາຍ ຫົວສ້ຽວ ຈຳກັດພ້ອມຄະນະຕ່າງໜ້າສະມາຄົມຟູຈຽງ ຜູ້ໃຫ້ທຶນ ໄດ້ເຂົ້າຢ້ຽມຢາມພົບປະ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງໆບໍ່ແກ້ວ ທີ່ຫ້ອງວ່າການ ແຂວງບໍ່ແກ້ວ,ເນື່ອງໃນໂອກາດວັນໄຫວ້ພະຈັນຕາມການເຊື່ອຖືຂອງຊາວຈີນ ແລະ ວັນຊາດຈີນ ທີ່ບັນຈົບຄົບຮອບອີກວາລະໜຶ່ງ.

ພ້ອມທັງລາຍງານພາລະບົດບາດຂອງບໍລິສັດ ທີ່ປຶກສາດ້ານກົດໝາຍ ຫົວສ້ຽວຈຳກັດ ທີ່ມີການເຄື່ອນໄຫວດ້ານກົດໝາຍ,ຮັບເໝົາການກໍ່ສ້າງເຄຫາສະຖານ ການທ່ອງທ່ຽວ, ດ້ານກະສິກຳ,ໂຮງແຮມ, ຂາເຂົ້າ-ຂາອອກ ແລະ ວຽກງານອື່ນໆພາຍໃນແຂວງບໍ່ແກ້ວ, ແລະ ສຳລັບແຜນການໃນຕໍ່ໜ້າບໍລິສັດ ຍັງຈະຕັ້ງສູນຈັດຫາງານ,ຄຸ້ມຄອງແຮງງານທັງພາຍໃນ ແລະຕ່າງປະເທດອີກດ້ວຍ.

ທ່ານເຈົ້າແຂວງໆບໍ່ແກ້ວກໍ່ໄດ້ຍົກໃຫ້ເຫັນຫຼາຍດ້ານໃນແຂວງບໍ່ແກ້ວວ່າ: ພວກເຮົາໄດ້ຮັບຜົນກະທົບ ເປັນຕົ້ນແມ່ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ເປັນໄພຄຸກຄາມຢ່າງໜັກ,ກະທົບເຖິງການປະຕິບັດວຽກງານຂອງການຈັດຕັ້ງພັກ-ລັດ, ນັກທຸລະກິດຜູ້ປະກອບການ, ການສຶກສາ ແລະ ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ທາງກົງ ແລະ ທາງອ້ອມຫຼາຍດ້ານ, ເຖິງຢ່າງໃດກໍ່ຕາມຂໍສະແດງຄວາມຍ້ອງຍໍຊົມເຊີຍ ທ່ານ ເສິນ ຊົງກວນປະທານ ບໍລິສັດທີປຶກສາດ້ານກົດໝາຍ ຫົວສ້ຽວຈຳກັດ ທີ່ເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອແຂວງບໍ່ແກ້ວ ໂດຍສະເພາະແມ່ນການພັດທະນາເສດຖະກິດສັງຄົມຂອງແຂວງ ສ້າງວຽກເຮັດງານທຳໃຫ້ລູກຫຼານຂອງປະຊາຊົນ, ຊຸກຍູ້ຊ່ວຍເຫຼືອບັນດາວັດຖຸສິ່ງຂອງຕ່າງໆ ເຂົ້າໃນວຽກງານປ້ອງກັນໂຄວິດ-19 ກໍ່ຄືວຽກງານໄພພິບັດທາງທຳມະຊາດ ເປັນການລຸດຜ່ອນດ້ານງົບປະມານຂອງລັດຫຼາຍສົມຄວນ.

ວັນດຽວກັນ ທ່ານ ເສິນ ຊົງກວນປະທານ ບໍລິສັດທີ່ປຶກສາດ້ານກົດໝາຍ ຫົວສ້ຽວຈຳກັດ ໄດ້ຢ້ຽມຢາມ ແລະ ພົບປະໂອ້ລົມ ພະນັກງານພາຍໃນບໍລິສັດ. ທ່ານ ນາງ ແກ້ວມະນີ ວິໄລສານ ຫົວໜ້າກອງການບໍລິຫານ ແລະ ຈັດການ ບໍລິສັດ ເອຊີ 8 ບາດ ຂາເຂົ້າ-ຂາອອກຈຳກັດຜູ້ດຽວ ທີ່ຂຶ້ນກັບ ບໍລິສັດທີ່ປຶກສາດ້ານກົດໝາຍ ຫົວສ້ຽວຈຳກັດ ໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບໍລິສັດ ອັນໄດ້ຍົກໃຫ້ເຫັນດ້ານດີຜົນງານ ດ້ານອ່ອນ ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນແມ່ນວຽກງານວິຊາສະເພາະຄື: ການແລ່ນເອກະສານ ເຂົ້າ-ອອກ ສ ປປ ລາວ ຂອງຄົນຕ່າງປະເທດ, ການອະນຸຍາດດຳເນີນທຸລະກິດ, ການເຮັດສັນຍາເອກະສານຄຸ້ມຄອງແຮງງານ, ປົກປ້ອງແຮງງານອື່ນໆ ຕິດພັນກັບການປະກອບສ່ວນພັນທະໃຫ້ລັດມອບເງິນເຂົ້າຄັ້ງເງິນແຫ່ງຊາດຕາມລະບຽບການໄດ້ 487 ລ້ານກວ່າກີບ,ໄດ້ເຄື່ອນໄຫວນຳເອົາເຄື່ອງບໍລິໂພກ,ອຸປະໂພກ,ເຄື່ອງໃຊ້ທີ່ຈຳເປັນ ຊ່ວຍເຫຼືອເຂົ້າໃນວຽກງານ ປ້ອງກັນ ຄວມຄຸມ ແລະ ສະກັດກັນການລະບາດຂອງພະຍາດໂຄວິດ -19 ພາຍໃນ ແຂວງບໍ່ແກ້ວ, ບັນດາເມືອງ,ບ້ານທີ່ມີຄວາມສ່ຽງ ເປັນມູນຄ່າ 436 ລ້ານກວ່າກີບ ແລະ ວຽກງານອື່ນຕື່ມອີກ.

ໂອກາດນີ້ ປະທານ ບໍລິສັດໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານຂອງພະນັກງານ ທີ່ເຮັດໃຫ້ວຽກງານກໍ່ຄືທຸລະກິດດຳເນີນໄປດ້ວຍດີ, ພ້ອມທັງຮຽກຮ້ອງໃຫ້ ຄະນະບໍລິຫານງານບໍລິສັດ ແລະ ພະນັກງານຕ້ອງເພີ່ມທະວີຄວາມສາມັກຄີເປັນຈິດໜິ່ງໃຈດຽວ,ສືບຕໍ່ປະຕິບັດຕາມກົດລະບຽບຂອງບໍລິສັດ ແລະ ພາຍໃຕ້ການຄຸ້ມຄອງຂອງລັດ ບໍລິການດ້ວຍໃຈ ຮັບໃສ່ດ້ວຍຄວາມຍຸຕິທຳໂປ່ງໃສ ມີມະນຸດສະທຳດີ ແນໃສ່ເຮັດໃຫ້ການດຳເນີນທຸລະກິດນັບມື້ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.