ຊາຈາກສວນຊາ 36 ຂອງສປປລາວ ຊະນະເລີດ ການແຂ່ງຂັນຊາໂລກ 2021

2633

ໃນວັນທີ 16 ກັນຍາ 2021 ຜ່ານມາ ຊາຈາກສວນຊາ36 ຈາກ ສປປ ລາວ ໄດ້ຮັບຫຼຽນຄຳ ຫລື ລາງວັນຊະນະເລີດຈາກການແຂ່ງຂັນຊາໂລກ 2021 (World Tea Championship 2021) ໃນສາຂາຊາແດງ ເຊິ່ງເປັນຜະລິດຕະພັນຊາບູຮານຂອງບໍລິສັດ ລາວ ທີຊິກ ມາເນີ ການຄ້າ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ. ພ້ອມດຽວກັນນັ້ນ, ຍັງຖືກເຊີນເຂົ້າຮ່ວມພິທີມອບລາງວັນ ແລະ ງານວາງສະແດງອຸດສາຫະກໍາຊາໂລກ ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ສະຫະລັດອາເມຣິກສ ໃນມໍ່ໆນີ້.


ຄະນະກຳມະການຈັດການແຂ່ງຂັນຊາໂລກໄດ້ກ່າວໃນຈົດໝາຍວ່າ: “ສວນຊາ36 ໄດ້ມີສ່ວນຮ່ວມໃນງານວາງສະແດງຊາສາກົນທຸກປະເພດຢ່າງຫ້າວຫັນ. ຄະນະກຳມະການຈັດງານນີ້ໄດ້ເຫັນ ແລະ ຮັບຮູ້ເຖິງປະຫວັດຂອງສວນຊາ36, ມາດຕະຖານຂອງຂະບວນການຜະລິດຊາ, ຄຸນນະພາບຂອງຊາ, ສະພາບແວດລ້ອມທີ່ເປັນເອກະລັກຂອງທ້ອງຖິ່ນລາວ, ພາຊະນະບັນຈຸ ແລະ ອື່ນໆ ທີ່ໄດ້ຜ່ານການກວດສອບຢ່າງລະອຽດທີ່ຖ້ວນ. ຫຼັງຈາກການພິຈາລະນາຂອງຄະນະກຳມະການ, ສຸດທ້າຍ ໄດ້ຕັດສິນໃຫ້ຊາສວນຊາ36 ຈາກ ສປປ ລາວ ຊະນະລາງວັນຊະນະເລີດໃນສາຂາຊາແດງຂອງການແຂ່ງຂັນຊາໂລກປະຈຳປີ 2021”.

.


ຈາກການລາຍງານວ່າ: ງານວາງສະແດງອຸດສາຫະກຳຊາໂລກ ໄດ້ຈັດຂຶ້ນທຸກປີ ຕັ້ງແຕ່ປີ 2003 ແລະ ເປັນໜຶ່ງໃນ 50 ງານວາງສະແດງສາກົນທີ່ສຳຄັນຢູ່ໃນອາເມຣິກາເໜືອ. ງານດັ່ງກ່າວ, ດຶງດູດຜູ້ນຳສິນຄ້າມາວາງສະແດງຫຼາຍຮ້ອຍຄົນ ແລະ ດຶງດູດຊ່ຽວຊານຫຼາຍກວ່າ 5.000 ຄົນ ຈາກຫຼາຍກວ່າ 50 ປະເທດ ແລະ ພາກພື້ນໃນແຕ່ລະປີ ເຮັດໃຫ້ງານວາງສະແດງອຸດສາຫະກຳຊາໂລກ ກາຍເປັນງານວາງສະແດງພິເສດຂອງອຸດສາຫະກໍາຊາສາກົນທີ່ມີຈໍານວນປະເທດເຂົ້າຮ່ວມຫຼາຍທີ່ສຸດໃນໂລກ. ງານດັ່ງກ່າວ, ໄດ້ຮັບການສະໜັບສະໜູນຈາກງານວາງສະແດງຊາໂລກ ແລະ ຮ່ວມຈັດໂດຍມູນນິທິ Desert Oasis ທີ່ຈະຈັດຂຶ້ນທີ່ນະຄອນນິວຢອກ ແລະ ເມືອງອື່ນໆໃນສະຫະລັດອາເມຣິກາ.


ໃນງານວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 18 ທີ່ຈັດທີ່ນະຄອນໜານໜິງ ເຂດປົກຄອງຕົນເອງກວາງຊີ ສປ ຈີນ ໃນວັນທີ 10 ກັນຍາ 2021 ຜ່ານມາ ບໍລິສັດ ສວນຊາ36 ໄດ້ນໍາຜະລິດຕະພັນຊາຂອງລາວເຮົາ ເຂົ້າຮ່ວມວາງສະແດງ.

.

ສວນຊາ 36 ຕັ້ງຢູ່ ເມືອງປາກຊ່ອງ ແຂວງຈຳປາສັກພາກໃຕ້ຂອງປະເທດລາວ


ຂໍ້ມູນ-ພາບ: 36 Manor,ຮຽບຮຽງຂ່າວໂດຍ: ສັນຕິ