ເນັ້ນໃຫ້ທຸກຄົນ ຮ່ວມໃຈເຄັ່ງຄັດ ຢູ່ເຮືອນເພື່ອຊາດ, ເພື່ອຕົນເອງ ແລະ ຄອບຄົວ ປະເທດເຮົາຈຶ່ງຈະຜ່ານວິກິດຄັ້ງນີ້ໄປໄດ້

306

ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຖະແຫຼງໃນວັນທີ 21 ກັນຍາ 2021 ວ່າ ປະຈຸບັນແຮງງານນຳເຂົ້າ ມີທ່າອ່ຽງຫຼຸດລົງ ແຕ່ຍັງມີຫຼາຍແຂວງ ການຕິດເຊື້ອໃນຊຸມຊົນມີທ່າອ່ຽງລະບາດເພິ່ມຂຶ້ນເປັນຕົ້ນແຂວງ ຈຳປາສັກ, ຄຳມ່ວນ ແລະ ນະຄອນຫຼວງວຽງຈັນ ແລະ ເຖິງວ່າ ບັນດາແຂວງເຫຼົ່ານັ້ນສາມາດຮັບມືກັບການລະບາດໄດ້ໃນລະດັບໜຶ່ງ ແຕ່ຍັງມີຄວາມສ່ຽງສູງທີ່ຈະແຜ່ລະບາດເປັນວົງກວ້າງໃນຊຸມຊົນ ແລະ ມີລັກສະນະແກ່ຍາວ. ໃນບາງແຂວງ ການລະບາດຢູ່ໃນລະດັບ 2 ແລ້ວ ແລະ ອາດຈະກ້າວໄປສູ່ລະດັບ 3.

ສະນັ້ນ, ເພື່ອສືບຕໍ່ຮັບມືກັບສະພາບການດັ່ງ ກ່າວລັດຖະບານ ກໍຄືຄະນະສະເພາະກິດຂັ້ນຕ່າງໆ ຫຼາຍແຂວງກໍ່ໄດ້ຜັນຂະຫຍາຍ ແລະ ມີມາດຕະການເພີ່ມຂື້ນ ດ້ວຍການລ໋ອກດາວ ແລະ ສຳລັບນະຄອນຫຼວງວຽງຈັນທັງ ຈາກມີຄໍາສັ່ງ ໃນການປີດນະຄອນຫຼວງ ຕາມຄຳສັ່ງ ເລກທີ 016/ຈວນ ແຕ່ວັນທີ່ 19-30 ກັນຍາ 2021

ເຊິ່ງສິ່ງທີ່ເຮົາໄດ້ຈາກການປິດການເຄື່ອນໄຫວກໍ່ຄື ການປ້ອງກັນບໍ່ໃຫ້ເກີດການກະຈາຍຂອງເຊື້ອລຸກລາມ ຈົນຄວບຄຸມບໍ່ໄດ້ຕໍ່ມາ ແມ່ນຮັກສາສຸຂະພາບ, ຄວາມປອດໄພ ແລະ ຊີວິດໃຫ້ແກ່ປະຊາຊົນຫລຸດຜ່ອນຄວາມແອອັດ ແລະ ຫຼຸດຜ່ອນພາລະອັນໜັກໜ່ວງຂອງທີມແພດ, ພະຍາບານ, ເຈົ້າໜ້າທີ່ທີ່ຮັບຜິດຊອບ ສະຖານທີ່ກັກກັນ ແລະ ສະຖານທີ່ປິ່ນປົວຜູ້ຕິດເຊື້ອ.

ຖ້າທຸກພາກສ່ວນໃນສັງຄົມ ພ້ອມໃຈກັນປະຕິບັດ ມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຄັ່ງຄັດ ເຊັ່ນ: ບໍ່ອອກຈາກເຮືອນ ຖ້າບໍ່ຈໍາເປັນ, ບໍ່ໂຮມຊຸມນຸມກັນ, ບໍ່ຊຸມແຊວກັນເປັນກຸ່ມ, ຫຼີກເວັ້ນການເດີນທາງໄປສະຖານທີ່ສ່ຽງ, ສະຖານທີ່ແອອັດ, ການອອກໄປຊື້ ເຄື່ອງອຸປະໂພກ-ບໍລິໂພກ ກໍ່ຄວນໄປຄັ້ງ-ສອງຄັ້ງຕໍ່ອາທິດ ແລະ ບໍ່ແອອັດໃນບ່ອນຂາຍເຄື່ອງ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືທີ່ມີທາດເຫຼົ້າ 70% ຂື້ນໄປ, ຮັກສາມາລະຍາດໃນການໄອ-ຈາມ, ອະນາໄມຂ້າເຊື້ອຈຸດທີ່ມີຄວາມສ່ຽງ ແລະ ອີກຢ່າງໜຶ່ງທີ່ສໍາຄັນ ກໍ່ຄືການໄປຮັບວັກຊີນ ເພື່ອສ້າງພູມຄຸ້ມກັນໝູ່ ເຊິ່ງສາມາດປ້ອງກັນ, ຫຼຸດຜ່ອນຄວາມຮຸນແຮງຂອງພະຍາດ ແລະ ການເສຍຊີວິດໄດ້;

ຄຽງຄູ່ກັນກັບ ການປະຕິບັດມາດຕາການປ້ອງກັນຕົນເອງ, ປ້ອງກັນຊຸມຊົນ ທີມງານກໍ່ພ້ອມພຽງກັນເພີ່ມທະວີ ເຝົ້າລະວັງຢູ່ຕາມສະຖານທີ່ສ່ຽງຕ່າງໆ, ເພີ້ມການເກັບ-ກວດຕົວຢ່າງ ໃຫ້ຫຼາຍຂຶ້ນ, ໄວຂຶ້ນຊອກຄົ້ນຫາຜູ້ສໍາຜັດໃກ້ຊິດຢ່າງເລັ່ງດ່ວນ, ພ້ອມທັງກະກຽມ ສະຖານທີ່ກັກກັນ, ສະຖານທີ່ປິ່ນປົວ ໃຫ້ເໝາະສົມ ແລະ ພຽງພໍກັບຄວາມຕ້ອງການ, ທັງໝົດແມ່ນເພື່ອສະກັດກັ້ນການລະ ບາດບໍ່ໃຫ້ຂະຫຍາຍເປັນວົງກວ້າງ.

ຕໍ່ໜ້າສະພາບການດັ່ງກ່າວ ລັດຖະບານຈະປະເມີນສະພາບການເປັນແຕ່ລະ ໄລຍະ ແລະ ອອກມາດຕະການຢ່າງເໝາະສົມ, ຫຼັງຈາກ ການລ໋ອກດາວຜ່ານໄປແລ້ວ ຂໍແຈ້ງໃຫ້ບັນດາທ່ານຮີບຮ້ອນສັກວັກຊີນ ໃຫ້ພົນລະເມືອງ ສ່ວນຫຼາຍ ໄດ້ຮັບພູມຄຸ້ມກັນໝູ່ ແລະ ມີອັດຕາປົກຄຸມໄດ້ຕາມຄາດໝາຍ ລວມທັງຜູ້ມີອາຍຸ 17 ປີ, ແມ່ຍິງຖືພາ 12 ໄດ້ອາທິດຂຶ້ນໄປ ໃນຕໍ່ໜ້າ ຈະມີແຜນສັກໃຫ້ກຸ່ມອາຍຸ 12-17 ເພື່ອໃຫ້ສາມາດເປີດການຮຽນ-ການສອນໄດ້.
ປັດຈຸບັນ ລັດຖະບານກໍ່ກໍາລັງຈັດຫາວັກຊີນໃຫ້ພຽງພໍເພື່ອສະໜອງໃຫ້ກຸ່ມຄົນດັ່ງກ່າວ, ດັ່ງນັ້ນ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານ ທີ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດນັ້ນ ຈົ່ງພ້ອມກັນໄປຮັບການສັກວັກຊີນ ຢ່າງຮີບດ່ວນເພື່ອຫຼຸດຜ່ອນການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເຮົາ.

ສຸດທ້າຍນີ້, ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ສືບຕໍ່ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດຕະການທີ່ຄະນະ ສະເພາະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນ ໃຫ້ປະເທດລາວ ແລະ ພວກເຮົາທຸກຄົນ ພ້ອມກັນຜ່ານຜ່າວິກິດການລະບາດຂອງພະຍາດ ໂຄວິດ-19 ໄປດ້ວຍດີ.