ເລື່ອນຊັ້ນນາຍຕຳຫຼວດຜູ້ສຳເລັດການປະຕິບັດວຽກ ແລະ ຄົບເງື່ອນໄຂ

631

ການເຄື່ອນໄຫວວຽກງານຕາມພາລະບົດບາດໜ້າທີ່ ທີ່ໄດ້ຖືກມອບໝາຍຈາກປະເທດຊາດ ແລະປະຊາຊົນໃນແຕ່ລະໄລຍະຂອງກຳລັງ ປກສ ລ້ວນເປັນສິ່ງບົ່ງບອກເຖິງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະວຽກວິຊາສະເພາະຂອງອ້າຍນ້ອງຕຳຫຼວດ ຍິ່ງຖ້າວຽກສຳເລັດມີຜະສິດທິຜົນ ເມື່ອກຳນົດເວລາກໍ່ຕ້ອງໄດ້ຮັບການເລື່ອນຊັ້ນເລື່ອນຍົດຕາມສົມຄວນ.

ໃນວັນທີ 21 ກັນຍາ 2021 ຢູ່ທີ່ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ມີການເລື່ອນຊັ້ນໃຫ້ນາຍຕໍາຫຼວດຜູ້ທີ່ສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ.

ໂດຍການເປັນປະທານຂອງທ່ານ ພັອ ກາຍຍະສອນ ສິງວິໄຊ ຮອງເລຂາອົງຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ມີຫົວໜ້າພະແນກ ແລະ ພະນັກງານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ ໃນພິທີ ທ່ານ ພັທ ປັນຍາ ແສງວິຈິດ ຫົວໜ້າຫ້ອງການເມືອງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ອີງຕາມນະໂຍບາຍຂອງພັກ-ລັດທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດ.

ໃນນີ້ເລື່ອນຊັ້ນ, ສິບເອກ ຂຶ້ນເປັນ ວາທີຮ້ອຍຕີ 21 ສະຫາຍ ຍິງ 2 ສະຫາຍ ເລື່ອນຊັ້ນ ວາທີຮ້ອຍຕີ ຂຶ້ນເປັນ ຮ້ອຍຕີ 13 ສະຫາຍ 3 ສະຫາຍ ເລື່ອນຊັ້ນ ຮ້ອຍຕີ ຂຶ້ນເປັນ ຮ້ອຍໂທ 16 ສະຫາຍ ຍິງ 4 ສະຫາຍ.
ໃນທ້າຍພິທີທ່ານກໍ່ຍັງໄດ້ໂອລົມຕໍ່ກອງປະຊຸມ ແລະ ໄດ້ຍ້ອງຍໍຊົມເຊີຍກັບຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ຮັບບັດສະມາຊິກພັກໃນຄັ້ງນີ້ຈົ່ງຕັ້ງໜ້າເຮັດວຽກງານຂອງຕົນໃຫ້ສໍາເລັດຕາມໜ້າທີ່ໆພັກລັດມອບໝາຍ, ເອົາໃຈໃສ່ສຶກສາຄວາມຮູ້ໃຫ້ຫຼາຍຂຶ້ນເພື່ອພັດທະນາຕົນເອງລວມເຖິງກົມກອງຂອງຕົນ ສ້າງແບບແຜນວິທີເຮັດວຽກໃຫ້ໄດ້ຕາມທີ່ກໍານົດໄວ້.