ທຸລະກິດແຮ່ທາດ ເມືອງໝື່ນ ປະກອບສ່ວນເຂົ້າງົບມານ ໄດ້ແລ້ວ1,2 ຕື້ກີບ

430

ທ່ານ ສຸພິດ ອິນທະໂພທອງ ຫົວໜ້າຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງໝື່ນແຂວງວຽງຈັນ ກ່າວໃນໂອກາດລາຍງານຕໍ່ກອງປະຊຸມ ໂຮມໜ່ວຍພັກໄຟຟ້າ ເຂົ້າກັບໜ່ວຍພັກພະລັງງານ ແລະ ບໍ່ແຮ່ເມືອງໝື່ນ ໃນວັນທີ 16 ກັນຍາ 2021ວ່າ: ຫ້ອງການພະລັງງານ ແລະບໍ່ແຮ່ເມືອງໝື່ນ ແຂວງວຽງຈັນໄດ້ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ສົ່ງເສີມບັນດາຫົວໜ່ວຍທຸລະກິດແຮ່ທາດ ທີ່ດຳເນີນກິດຈະການຢູ່ເມືອງໝື່ນ ແຂວງວຽງຈັນ ໃຫ້ດຳເນີນກິດຈະການຢ່າງຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ວາງໄວ້ ໄດ້ເປັນຢ່າງດີ ເຊິ່ງໄດ້ກາຍເປັນເງື່ອນໄຂ ທີ່ສຳຄັນ ໃນການປະກອບສ່ວນ ທາງດ້ານງົບປະມານ ໃຫ້ແກ່ລັດ ແລະ ສ້າງເສດຖະກິດ-ສັງຄົມ ຢູ່ເມືອງໝື່ນ ໃຫ້ມີບາດກ້າວຂະຫຍາຍຕົວຂຶ້ນເລື້ອຍໆ ຕາມລຳດັບ.

ທ່ານ ກ່າວຕື່ມວ່າ ຫ້ອງການພະລັງງານ ແລະ ບໍ່ແຮ່ເມືອງໝື່ນ ຍັງໄດ້ເປັນເຈົ້າການ ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ກ່ຽວກັບຄວາມສຳຄັນຂອງວຽກງານພະລັງງານ ແລະບໍ່ແຮ່ ໃຫ້ປະຊາຊົນບັນດາເຜົ່າ ແລະບັນດາຫົວໜ່ວຍທຸລະກິດ ທີ່ດຳເນີນກິດຈະການບໍ່ແຮ່ໃຫ້ປະກອບສ່ວນຊຸກຍູ້, ຊ່ວຍເຫຼືອສັງຄົມ ດ້ວຍດີຕະຫຼອດມາ ໂດຍສະເພາະແມ່ນໄລຍະການແພ່ລະບາດຂອງພະຍາດ ໂຄວິດ-19.

ສຳລັບຢູ່ເມືອງໝື່ນ ແມ່ນມີຫົວໜ່ວຍທຸລະກິດດ້ານແຮ່ທາດທັງໝົດ 24 ຫົວໜ່ວຍຄື: ແຮ່ບາລິດ 10 ຫົວໜ່ວຍ, ແຮ່ຫີນປູນ 7 ຫົວໜ່ວຍ ແລະ ຂຸດຄົ້ນຂີ້ເຈຍ 1 ຫົວໜ່ວຍ ສະເພາະປີ 2021 ນີ້ ສາມາດຂຸດຄົ້ນແຮ່ບາລິດໄດ້ 20.000 ໂຕນ ມູນຄ່າ3,8ຕື້ກີບ, ຫີນປູນ 45.000 ໂຕນ ມູນຄ່ 1 ຕື້ກວ່າກີບ ໃນນັ້ນປະກອບສ່ວນເຂົ້າງົບປະມານລັດໄດ້ 1,2 ຕື້ກວ່າກີບ