ລິເວີພູລ ງານເຂົ້າໝົດສິດໃຊ້ງານ ອັລຄັນທາຣາ ຢ່າງໜ້ອຍ 2 ນັດ

292

ລິເວີພູລ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ຄາດວ່າ ຕິອາໂກ ອັລຄັນທາຣາ ກອງກາງຊາວແອັດສະປາຍ ຈະຕ້ອງໝົດສິດຊ່ວຍທີມຢ່າງໜ້ອຍ 2 ນັດ ຫຼັງມີບັນຫາອາການບາດເຈັບນ່ອງຈາກນັດທີ່ເອົາຊະນະ ຄຣິສຕັນ ພາເລຊ 3-0 ເມື່ອທ້າຍອາທິດ ທີ່ຜ່ານມາ.

ແນ່ນອນ ອັລຄັນທາຣາ ຈະບໍ່ໄດ້ລົງສະໜາມຊ່ວຍທີມໃນການແຂ່ງຂັນລາຍການ ຄາຣາບາວ ຄັບ ທີ່ຈະພົບກັບ ນໍຣິສ ຊິຕີ້ ແລະ ການແຂ່ງຂັນພຣີເມຍລີກ ອັງກິດ ນັດພົບກັບ ເບຣນຟອດ. ຂະນະທີ່ ເປປິນ ລິນເດີ ຜູ້ຊ່ວຍຜູ້ຈັດການທີມຂອງ ລິເວີພູລ ເປີດເຜີຍວ່າ: ຕອນນີ້ຍັງບອກບໍ່ໄດ້ວ່າລາວຈະໃຊ້ເວລາດົນປານໃດ ຈິ່ງຈະມາລົງສະໜາມໄດ້.

ຈາກອາການເຈັບຂອງ ອັລຄັນທາຣາ ເຮັດໃຫ້ ລິເວີພູລ ພົບບັນຫາໄປອີກເພາະກ່ອນໜ້ານີ້ມີ ເທຣນ ອະເລັກຊານເດີ-ອາໂນ ບໍ່ສະບາຍ ແລະ ໂຣແບໂຕ ຟິມິໂນ ກໍໄດ້ຮັບບາດເຈັບເອັນຮ້ອນຫວາຍ