ພົບຜູ້ຕິດເຊື້ອໃໝ່ທັງໝົດ 331 ຄົນ, ຊຸມຊົນ 296 ຄົນ, ນະຄອນຫຼວງວຽງຈັນຍອດຍັງສູງກວ່າໝູ່ 176 ຄົນ

620

ສະຖານະການໂຄວິດ 19 ຢູ່ ສປປ ລາວ ມາຮອດວັນທີ 21 ກັນຍາ 2021 ພົບຜູ້ຕິດເຊື້ອໃໝ່ທັງໝົດ 331 ຄົນ, ຊຸມຊົນ ຄົນ ແຂວງທີ່ຫຼາຍກວ່າໝູ່ຍັງແມ່ນ ນະຄອນຫຼວງວຽງຈັນ 176 ຄົນ ແລະ ຮອງລົງມາແມ່ນແຂວງຈໍາປາສັກ 59 ຄົນ ຄົນ

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດໂຄວິດ19 ປະວັນທີ 21 ກັນຍາ 2021 ວ່າ

ຈາກຜົນກວດວິເຄາະ 6.508 ຄົນ ໃນນັ້ນເຮົາໄດ້ກວດພົບຜູ້ຕິດເຊື້ອໂຄວິດທັງໝົດ 331 ຄົນ, ນໍາເຂົ້າ 35 ຄົນ ຈາກແຂວງສະຫວັນນະເຂດ 10 ຄົນ, ຫຼວງພະບາງ 8 ຄົນ, ຄໍາມ່ວນ 7 ຄົນ, ຈໍາປາສັກ 5 ຄົນ, ນະຄອນຫຼວງວຽງຈັນ 3 ຄົນ, ແລະ ສາລະວັນ 2 ຄົນ ເປັນແຮງງານລາວ ຫຼື ຜູ້ທີ່ເດີນທາງມາແຕ່ຕ່າງປະເທດຕາມຈຸດຜ່ານແດນສາກົນ

ແລະ ຕິດເຊື້ອໃນຊຸມຊົນ 296 ຄົນ ນະຄອນຫຼວງວຽງຈັນ 176 ຄົນ, ຈໍາປາສັກ 59 ຄົນ, ຄໍາມ່ວນ 28 ຄົນ, ຊຽງຂວາງ 8 ຄົນ, ສະຫວັນນະເຂດ 7ຄົນ, ຫຼວງພະບາງ 6 ຄົນ,ແຂວງວຽງຈັນ 6 ຄົນ, ສາລະວັນ 3 ຄົນ ແລະ ບໍ່ແກ້ວ 3 ຄົນ