ເລົ່າງາມເສຍຫາຍໜັກ ຍ້ອນພາຍຸໂກນເຊິນຕົກເປັນເງິນ 140 ຕື້ກວ່າກີບ

551

ດັ່ງທີ່ຮູ້ກັນດີ ໃນອາທິດທີ່ຜ່ານມາ ໄດ້ມີພະຍຸໂກນເຊິນພັດເຂົ້າ ເມືອງເຫຼົ່າງາມ ແຂວງສາລະວັນ ເຊິ່ງກໍ່ໄດ້ສ້າງຄວາມເສຍຫາຍຫຼາຍຢ່າງ ເຊິ່ງຖືວ່າເປັນໄພພິບັດຄັ້ງໜຶ່ງທີ່ຮຸນແຮງສົມຄວນ ລວມມູນຄ່າຄວາມເສຍຫາຍ 140 ຕື້ກວ່າກີບ.

ເມືອງເລົ່າງາມແມ່ນເມືອງໜື່ງຂອງແຂວງສາລະວັນ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸໂກນເຊິນ ໃນໄລຍະຜ່ານມາ ເຮັດໃຫ້ໄດ້ຮັບຜົນກະທົບເສຍຫາຍທາງດ້ານຄົມມະນາຄົມ ເສັ້ນທາງຂາດ, ຂົວເປ່ເພ, ຜົນຜະລິດກະສິກຳຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະບ້ານເຮືອນປະຊາຊົນຈຳນວນໜຶ່ງ ໄດ້ຮັບຜົນກະທົບ ລວມມູນຄ່າເສຍຫາຍ 140,6 ຕື້ກວ່າກີບ.

ຕາມການລາຍງານຂອງເມືອງເລົ່າງາມໃຫ້ຮູ້ວ່າ: ໃນຄໍ່າຄືນວັນທີ 10-14 ກັນຍາ ໄດ້ມີຜົນຕົກເປັນໃນຍະ, ໃນລະດັບຄ່ອຍ ແລະແຮງຂຶ້ນເລື້ອຍໆ, ມີລົມພັດແຮງບາງເຂດ, ບາງບ້ານ ໄດ້ສົ່ງຜົນກະທົບຕໍ່ເສັ້ນທາງຄົມມະນາຄົມ, ລະບົບສາຍສົ່ງໄຟຟ້າ, ຜົນຜະລິດກະສິກຳສວນປູກ ແລະສວນຢາງພາລາຂອງບໍລິສັດ ແລະເຮືອນຂອງປະຊາຊົນຈໍານວນໜຶ່ງໄດ້ຮັບຜົນເສຍຫາຍ ເປັນຕົ້ນ: ເສັ້ນທາງຖືກຕັດຂາດ 2ເສັ້ນຄື: ທາງເຂົ້າບ້ານຕະແບງ ແລະທາງເວັ້ນຂົວບ້ານອົ້ນນ້ອຍ, ມີດິນເຊາະເຈື່ອນ ແລະຂົວເປ່ເພ 4 ແຫ່ງຄື: ຂົວຫ້ວຍຂະແໜງ ບ້ານຕະແບງ, ຂົວບ້ານສອງຫ້ອງນ້ອຍ, ຂົວຫ້ວຍເຕນບ້ານນາຈານ ແລະຂົວຫ້ວຍສະເອີງ ບ້ານກະຊະ.

ປະເມີນຄວາມເສຍຫາຍເປັນມູນຄ່າ 38,11 ຕື້ກວ່າກີບ, ລະບົບໄຟຟ້າມີຕົ້ນໄມ້ລົ້ມທັບ ແລະດິນເຈື່ອນເຮັດໃຫ້ເສົາໄຟຟ້າລົ້ມ, ປະຊາຊົນບ້ານນາແຊ ແລະບ້ານນາອອມ ບໍ່ສາມາດຊົມໃຊ້ໄຟຟ້າໄດ້, ເຮືອນປະຊາຊົນບ້ານນາທັນ ເປ່ເພເສຍຫາຍປານກາງ 3 ຫຼັງຄາເຮືອນ, ບ້ານຫ້ວຍນໍ້າສັນເປ່ເພ 1 ຫຼັງຄາເຮືອນ ແລະບ້ານນາອົ້ນນ້ອຍ ມີຄອບຄົວເສຍຊີວິດ 1 ຄົນ ຖືກນໍ້າພັດໄຫລໄປ ປະເມີນຄວາມເສຍຫາຍມູນຄ່າ 108,8 ລ້ານກີບ, ຜົນຜະລິດກະສິກຳຂອງປະຊາຊົນເປັນຕົ້ນ: ເຂົ້ານາ ໄດ້ຮັບຜົນກະທົບ 43 ເຮັກຕາ, ສວນມັນຕົ້ນ ໄດ້ຮັບຜົນກະທົບ 101,5 ເຮັກຕາ, ໜອງປາເສຍຫາຍ 15 ໜອງ ແລະສັດລ້ຽງປະຊົນສູນຫາຍ ລວມມູນຄ່າເສຍຫາຍ 1,5 ຕື້ກວ່າກີບ ແລະສວນຢາງພາລາຂອງບໍລິສັດດັກຣັກ ໄດ້ຮັບຜົນກະທົບເສຍຫາຍ 252 ເຮັກຕາ. ປະເມີນມູນຄ່າເສຍຫາຍ 100,8 ຕື້ກີບ, ລວມມູນຄ່າເສຍຫາຍທັງໝົດ 140,6 ຕື້ກວ່າກີບ.

ດັ່ງນັ້ນ ທາງອຳນາດການປົກຄອງເມືອງ,ບ້ານ ໄດ້ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງລົງກວດກາແລະສ້ອມແປງເສັ້ນທາງ ແລະຂົວຂ້າມຊົ່ວຄາວ ເພືື່ອໃຫ້ປະຊາຊົນໄດ້ເດີນທາງໄປມາໄດ້ ແລະ ຍັງດີທີ່ຫລາຍພາກສ່ວນກໍ່ໄດ້ໃຫ້ການຊ່ວຍເຫລືອທາງດ້ານວັດຖຸ, ປັດໃຈ, ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ.

ທັງນີ້, ອົງການປົກຄອງແຂວງສາລະວັນ ໄດ້ມອບເງິນຈໍານວນ 2 ລ້ານກີບ, ພະແນກໂຍທາທິການ ແລະຂົນສົ່ງແຂວງ ມອບເງິນ 2.500.000 ກີບ ໃຫ້ອົງການປົກຄອງເມືອງເລົ່າງາມ. ໂດຍຕາງໜ້າມອບຂອງ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງ ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ, ທ່ານ ບົວແພງເພັດ ໂພໄຊ ຫົວໜ້າພະແນກ ຍທຂ ແຂວງ ຮັບໂດຍ ທ່ານ ສົມສັກ ທົງຄໍາຫານ ເຈົ້າເມືອງເລົ່າງາມ ພ້ອມຄະນະ.