ໜ້ອຍເຕັມທີຊ່ວຍກັນເດີ້ທຸກຄົນ

518

ເຮົາລອງພັກສະໝອງກ່ຽວກັບເລື່ອງໂຄວິດກັນຈັກໜ່ອຍ ແລ້ວຫັນມາເບິ່ງຄວາມຕ້ອງການຂອງສັງຄົມອີກຢ່າງທີ່ຈຳເປັນທີ່ສຸດໃນຕອນນີ້ ນັ້ນກໍ່ຄື ເລືອດ ທີ່ຈະໃຊ້ເຂົ້າໃນການຮັກສາຄົນເຈັບທົ່ວໄປ ອີກຫຼາຍຊີວິດກຳລັງຕ້ອງການໃນຂະນະນີ້ ແຕ່ສູນເລືອດແມ່ນຍັງເຫຼືອເລືອດໜ້ອຍເຕັມທີຈິ່ງຝາກໃຫ້ທຸກຄົນຊ່ວຍບໍລິຈາກດ້ວຍ.

ປັດຈຸບັນນີ້ ໃນສັງຄົມກຳລັງຢູ່ໃນໄລຍະທີ່ມີຄວາມຫຍຸ້ງຍາກ ຜູ້ເຈັບປ່ວຍຍ້ອນໂຄວິດກໍ່ຫຼາຍ, ຜູ້ເຈັບປ່ວຍທົ່ວໄປກໍ່ບໍ່ໜ້ອຍ ແຕ່ລະວັນແມ່ນມີຄວາມຕ້ອງການເລືອດຈຳນວນຫຼາຍ ດັ່ງນັ້ນ, ຕ້ອງໃຫ້ຄວາມສຳຄັນກັບສິ່ງທີ່ຈຳເປັນກ່ອນ ເຊິ່ງທາງສູນເລືອດແຈ້ງວ່າປະຈຸບັນນີ້ກຳລັງຂາດເຂີນເລືອດຢ່າງໜັກທົ່ວປະເທດ ນັບແຕ່ມີການແຜ່ລະບາດຂອງເຊື້ອ Covid-19ເຮັດໃຫ້ການຕອບສະໜອງເລືອດບໍ່ພຽງພໍຕໍ່ຄວາມຕ້ອງການຂອງຄົນເຈັບ ເຮັດໃຫ້ສູນເລືອດ ຂາດເລືອດທີ່ຈະໄປຊ່ວຍຊີວິດຜູ້ກຳລັງມີຄວາມຕ້ອງການ ໃນນັ້ນລວມທັງສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດ.

ທ່ານສາມາດບໍລິຈາກເລືອ ໄດ້ທີ່ : ສູນເລືອດແຫ່ງຊາດ ຕັ້ງຢູ່ທີ່ ບ້ານຊຽງຍືນ ມ.ຈັນທະບູລີ ນະຄອນຫຼວງວຽງຈັນ ແລະ ສູນເລືອດແຂວງ ທົ່ວປະເທດ ສອບຖາມຂໍ້ມູນໂທ: 030 548 7539, 021 214 763 , 020 5741 6381 ,020 5741 6382 ເຊິ່ງທັງສູນແມ່ນເປີດຮັບຕັ້ງແແຕ່ວັນຈັນ ຫາ ວັນອາທິດ ເວລາ 8:00-18:00 ໂມງ