ຂໍຄວາມຮ່ວມມືທຸກຄົນທີ່ໄປກວດຫາເຊື້ອໂຄວິດ19 ຄວນໃຫ້ຂໍ້ມູນທີ່ຊັດເຈນ ແລະ ປະຕິບັດຕາມນີ້

331

ດັ່ງທີ່ທຸກຄົນຮູ້ແລ້ວວ່າ ການລະບາດຂອງພະຍາດໂຄວິດຢູ່ລາວເຮົາ ສະຖານະການໜ້າເປັນຫ່ວງ ແລະ ມີຍອດຜູ້ຕິດເຊື້ອໂຄວິດເພີ່ມຂຶ້ນ ໂດຍສະເພາະຜູ້ຕິດເຊື້ອໃຊຸມຊົນທີ່ເພີ່ມຂຶ້ນຫຼາຍນັບມື້ ລວມທັງສະຖານທີ່ສ່ຽງຕ່າງໆທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ

ຈົນປັດຈຸບັນຫຼາຍແຂວງ ໂດຍສະເພາະໃນນະຄອນຫຼວງວຽງຈັນກໍໄດ້ລ໊ອກດາວ ແລະ ອອກຄໍາສັ່ງຫ້າມຫຼາຍຂໍ້ທີ່ອາດຈະສົ່ງຜົນໃນການກະຈາຍເຊື້ອເປັນວົງກວ້າງໄປຕື່ມ ໂດຍການປິດຮ້ານຄ້າທີ່ບໍ່ຈໍາເປັນ, ຫ້າມເດີນທາງໄປມາ, ໃຫ້ເຮັດວຽກຢູ່ເຮືອນແຕ່ນີ້ຮອດວັນທີ 30 ກັນຍາ, ໃຜທີ່ຮູ້ສຶກມີອາການໄຂ້, ເປັນຫວັດ, ຫາຍໃຈຍາກ, ແໜ້ນໜ້າເອິກ, ບໍ່ຮູ້ກິ່ນ ຫຼື ລົດຊາດ ຫຼື ຮູ້ສຶກວ່າຕົນເອງໄປສະກຖານທີ່ສ່ຽງມາ ຕ້ອງການທີ່ຈະໄປກວດຫາເຊື້ອ ກໍສາມາດໄປກວດຫາເຊື້ອພະຍາດຕາມຈຸດທີ່ເພິ່ນກວດໄດ້ເລີຍ

ແລະ ທາງສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health ກໍໄດ້ໂພສແນະນໍາ ສໍາລັບໃຜທີ່ຈະໄປກວດຫາເຊື້ອວ່າ

ພວກເຮົາຂໍຄວາມຮ່ວມມືກັບທຸກຄົນທີ່ໄດ້ໄປກວດ ຫຼື ກຳລັງຈະໄປກວດຫາເຊື້ອພະຍາດໂຄວິດ-19 ດັ່ງນີ້
ໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ຊັດເຈນຕໍ່ເຈົ້າໜ້າທີ່
ຖືເອກະສານຢັ້ງຢືນຕົນເອງເຊັ່ນ ສຳເນົາບັດປະຈຳຕົວ, ສຳມະໂນຄົວ ຫຼື ໜັງສືເດີນທາງ
ໃຫ້ຂໍ້ມູນການເຄື່ອນໄຫວຂອງທ່ານໃນໄລຍະຜ່ານມາ

ເມື່ອທ່ານໄດ້ກວດຫາເຊື້ອພະຍາດໂຄວິດ-19 ແລ້ວ ໃຫ້ທ່ານກັບທີ່ພັກທັນທີ ແລະ ແຍກຕົນເອງອອກຈາກຄົນອື່ນ
ບໍ່ວ່າຜົນກວດຈະເປັນແນວໃດກໍຕາມ ທ່ານຕ້ອງຈຳກັດບໍລິເວນຕົນເອງໃຫ້ຄົບ 14 ວັນ, ນັບຈາກມື້ທີ່ໄດ້ໄປກວດຫາເຊື້ອ
ປ້ອງກັນໂຕເອງຢ່າງເຂັ້ມງວດເພື່ອບໍ່ໃຫ້ຜູ້ອື່ນໆສ່ຽງທີ່ຈະຕິດເຊື້ອຈາກທ່ານ
ບໍ່ອອກໄປນອກທີ່ພັກຂອງທ່ານຢ່າງເດັດຂາດ

ຕິດຕາມອາການຂອງຕົນເອງທຸກໆມື້, ຖ້າທ່ານຮູ້ສຶກບໍ່ສະບາຍ, ມີອາການໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈລຳບາກໃນໄລຍະຈຳກັດບໍລິເວນ ໃຫ້ທ່ານຕິດຕໍ່ຫາສາຍດ່ວນ 165, 166 ຫຼື ສາຍດ່ວນຂອງແຂວງທັນທີ

ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19 ສໍາລັບ ນະຄອນຫຼວງວຽງຈັນແມ່ນມີ ສອງຈຸດ: 1) ຈຸດເກັບຕົວຢ່າງ ເດີ່ນກິລາໃນຮົ່ມ ບຶງຂະຫຍອງ, 2) ຈຸດເກັບຕົວຢ່າງ ໂຮງຮຽນມໍປາຍສີໂຄດ. ເຊິ່ງທັງສອງບ່ອນເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີການລາຍງານຄົນຕິດເຊື້ອ.

ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະ
ຖານທີ່ທີ່ກຳນົດໄວ້ ຫຼື ທີມງານໜ່ວຍເຄື່ອນທີ່ ທີ່ລົງເກັບຕົວຢ່າງ ໃນເຂດທີ່ມີການລະບາດໃນຊຸມຊົນ.