ຟັນນີ້ ເມລີສາ ນັກກີລາລົດຖີບເຊື້ອສາຍລາວ ຄວ້າອັນດັບ 3 ລາຍການທີ່ແອັດສະປາຍ

489

ສະຫະພັນລົດຖີບແຫ່ງຊາດລາວ ເປີດເຜີຍຂ່າວດີໃນຕອນເຊົ້າມື້ນີ້ວັນທີ 21 ກັນຍາ 2021ວ່າ: ນາງ ຟັນນີ້ ໂກຈົວ ເມລີສາ ( Fanny Cauchois Melissa ) ນັກກິລາທິມຊາດລາວ ເຂົ້າຮ່ວມການແຂ່ງຂັນໃນລາຍການ VIII Memorial Miquel Poblet ທີ່ເມືອງບາເຊໂລນາ ປະເທດສະເປນ ລະຫວ່າງວັນທີ 18-19 ກັນຍາ 2021.

ຜ່ານການແຂ່ງຂັນປາກົດວ່າ: ຟັນນີ ສາມາຍາດໄດ້ອັນດັບທີ 3 ໃນປະເພດ Points race ແລະ ອັນດັບທີ 7 ໃນປະເພດ Omnium ເຊິ່ງມີນັກກິລາລະດັບແຊັມໂລກ ແລະ ເອີຣົບຈາກ 15 ປະເທດເຂົ້າຮ່ວມ.

ສໍາລັບ ນາງ ຟັນນີ້ ເປັນນັກກີລາສັນຊາດຕ່າງປະເທດ ເຊື້ອສາຍລາວ ຄົນທີ 2 ຕໍ່ຈາກ ທ້າວ ວໍເຕີ ນັກກີລາມວຍສາກົນສັນຊາດອາເມຣິກາ ເຊື້ອສາຍລາວ ທີ່ຖືກຮັບຮອງໃຫ້ເປັນນັກກີລາຕົວແທນທີມຊາດລາວ ຢ່າງເປັນທາງການ ໂດຍຈະເລີ່ມແຂ່ງຂັນໃນນາມທີມຊາດລາວ ໃນປີ 2021 ເປັນຕົ້ນໄປ ເບິ່ງວີດີໂອກ່ຽວກັບການໄດ້ຮັບອະນຸມັດໃຫ້ເປັນນັກກິລາທີມຊາດລາວຢ່າງເປັນທາງການລຸ່ມນີ້:

ຂໍ້ມູນ-ຮູບຈາກ: Lao Cycling Federation ສະຫະພັນລົດຖີບແຫ່ງຊາດລາວ